ແຂວງຊຽງຂວາງປິດການຮຽນການສອນ ຊົ່ວຄາວ

ແຂວງຊຽງຂວາງປິດການຮຽນການສອນ ຊົ່ວຄາວຕາມການລາຍງານຂອງໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ:

ສະເພາະໂຮງຮຽນຢູ່ ພາຍໃນເທດສະບານເມືອງແປກ (ກຸ່ມ 1, 2, 3) ໂດຍ ໃຫ້ພັກຮຽນ ເລີ່ມແຕ່ວັນທີ 1-25 ທັນວາ 2022

ອໍານາດການປົກຄອງແຂວງຊຽງຂວາງ ຈະປິດການຮຽນການສອນ ຊົ່ວຄາວ ເຊິ່ງມີໂຮງຮຽນ 19 ແຫ່ງ ໃນທົ່ວແຂວງ ທັງພາກລັດ ແລະ ເອກະຊົນ ເລີ່ມແຕ່ວັນທີ 13-25 ທັນວາ 2022,

ເພື່ອໃຊ້ເປັນທີ່ພັກຄູຝຶກ, ນັກກິລາ ຈາກພາກສ່ວນຕ່າງໆ ໃນງານມະຫະກໍາກິລາແຫ່ງຊາດຄັ້ງ ທີ 11 ຫຼື ຊຽງຂວາງ ເກມ ລະຫວ່າງວັນທີ 13-22 ທັນວາ 2022 ນີ້.

ຊຽງຂວາງ ເກມ ກໍານົດສະຫນາມຮັບໃຊ້ການແຂ່ງຂັນກິລາ 5 ຈຸດ ປະກອບມີ ສະຫນາມທົ່ງໄຫຫີນ (ເປັນສະຫນາມເປີດ-ປິດ ການແຂ່ງຂັນ),

ຊຽງຂວາງ ເກມ ກໍານົດສະຫນາມຮັບໃຊ້ການແຂ່ງຂັນກິລາ 5 ຈຸດ ປະກອບມີ ສະຫນາມທົ່ງໄຫຫີນ (ເປັນສະຫນາມເປີດ-ປິດ ການແຂ່ງຂັນ),

ສະຫນາມໄຊຊະນະ (ບ້ານໂພນມີໄຊ), ສະຫນາມວິທະຍາໄລຄູ ຄັງໄຂ, ສະຫນາມຮົ່ມສວນມອນ (ບ້ານໂງຍ) ແລະ ສະຫນາມຍິງປືນ ໂຮງຮຽນນາຍສິບ ປກສ ແຂວງ.

1 ນະຄອນຫຼວງວຽງຈັນ ແລະ 4 ກະຊວງ ຄື ກະຊວງ ປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ ແລະ ກະຊວງພະລັງງານ ແລະ ບໍ່ແຮ່.

Related Posts

Leave a Reply

Your email address will not be published. Required fields are marked *