ມື້ເອົາກະບອກ ມື້ເລີກກະຂໍບອກເດີ້
ເພື່ອຄວາມກະຈ່າງແຈ້ງແລະຊັດເຈນ
11/11/2019 ສະຫຼະໂສດ 11/11/2022 ໂສດ
ຮອດມື້ນີ້ພວກເຮົາສອງຜົວເມຍຕັດສິນໃຈຕົງກັນແລ້ວວ່າການຈົບກັນຄືທາງທີ່ເຮົາເລືອກ ຄວາມສຳພັນຂອງຜົວເມຍຂາດໄປແລ້ວ ແຕ່ຄວາມເປັນພໍ່ແລະເປັນແມ່ໃຫ້ທາດາບໍ່ມີມື້ຂາດ.
ມ່ອມກະຍັງເຮັດໜ້າທີ່ແມ່ດູແລລູກ ລຸງກະເຮັດໜ້າທີ່ພໍ່ທີ່ຊ່ວຍລ້ຽງລູກທາງດ້ານຄ່າໃຊ້ຈ່າຍແລະເວລາ ຍັງພາອ້າຍທາດາຂີ່ລົດເລາະທຸກມື້ທີ່ລຸງວ່າງຄືເກົ່າແລະລຸງຈະພະຍາຍາມເຮັດໜ້າທີ່ພໍ່ທີ່ດີ.
ສ່ວນລຸງກັບເມຍກະຍັງເວົ້າກັນຄືເກົ່າບໍ່ໄດ້ຜິດຫຼືຮ້າຍກັນຕັ້ງແຕ່ມື້ເອົາກັນຈົນຮອດມື້ທີ່ປະກັນເພາະການຈະປະຮ້າງກັນບໍ່ຈຳເປັນຕ້ອງຖ້າໃຫ້ເຖິງຈຸດທີ່ຜິດກັນດ່າກັນຫຼືຕົບຕີກັນ
ຖ້າຮອດຈຸດນັ້ນມັນຊິແນມໜ້າກັນບໍ່ຕິດ ຢູ່ນຳກັນແລ້ວບໍ່ມີຄວາມສຸກກະແຍກຍ້າຍນັ້ນຄືສິ່ງທີ່ເຮົາສອງຄົນໄດ້ເລືອກແລ້ວ ບໍ່ມີຫຍັງຫຍຸ້ງຍາກຊັບຊ້ອນແລະບໍ່ມີຫຍັງຊີຣຽສ ພວກເຮົາຍັງຮັກແພງກັນດີ.

.

ຂອບເຈີ