ຂ່າວດີ! ປັບລົງລາຄານໍ້າມັນ ແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນກາຊວນຍັງປັບຂື້ນ ເລີ່ມປະຕິບັດ 6:00 ເຊົ້າຂອງວັນທີ 27 ຕຸລາ 2022,
– ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ
+ ນໍ້າມັນກາຊວນ -330 ກີບ/ລິດ,
+ ແອັດຊັງທຳມະດາ -220, ກີບ/ລິດ,
+ ແອັດຊັງພິເສດ +220ກີບ/ລິດ,
– ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0683/ກຄພນ, ລົງວັນທີ27 ຕຸລາ 2022,ຈົນກວ່າຈະມີການປ່ຽນແປງ.

– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.
ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 098/ອຄ, ລົງວັນທີ 6 ຕຸລາ 2022, ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ