ການແລ່ນ 385 ກິໂລແມັດ ຈາກນະຄອນຫຼວງວຽງຈັນ ສູ່ ນະຄອນຫຼວງພະບາງ day2

ການແລ່ນ 385 ກິໂລແມັດ ຈາກນະຄອນຫຼວງວຽງຈັນ ສູ່ ນະຄອນຫຼວງພະບາງ

ເພື່ອລະດົມທຶນ ຊ່ວຍເຫຼືອ ໂຮງໝໍ ເດັກນ້ອຍ ຢູ່ແຂວງພາກເໜືອ ໃຫ້ໄດ້ຮັບການປິ່ນປົວ ໂດຍບໍ່ເສຍຄ່າ. ທີມແລ່ນ ລວມມີທັງຄົນລາວ ແລະ ຄົນຕ່າງປະເທດ ທີ່ມີຈິດໜຶ່ງໃຈດຽວກັນ ສ້າງສັງ ສິ່ງທີ່ດີ ໃຫ້ກັບສັງຄົມລາວ.

ການແລ່ນ ໃນມື້ທີ່ສອງ ແມ່ນຈາກ ແສນຊຸມ-ວັງວຽງ ລວມ ໄລຍະທາງ 75 ກມ. ປະຈຸບັນ ມວນນໍ້າໃຈ ຈາກຄົນລາວ ຮ່ວມສະໜັບສະໜູນ ການແລ່ນ ເພື່ອຊ່ວຍເຫຼືອເດັກ ຮອດ 258 ກ່ວາລ້ານກີບແລ້ວ !!!

ທ່ານສາມາດ ຮ່ວມສົ່ງແຮງໃຈໃຫ້ນັກແລ່ນ ທຸກຄົນ ໂດຍການ ຮ່ວມບໍລິຈາກ ຜ່ານກິດຈະກຳນີ້ນຳກັນ.

ຂໍໃຫ້ນັກແລ່ນທຸກຄົນ ແລ່ນຢ່າງປອດໄພ ແລະຂໍໃຫ້ທຸກຄົນມີຄວາມສຸກ. ❤

Related Posts

Leave a Reply

Your email address will not be published. Required fields are marked *