ມີໃຜແດ່ ຖືກ Spam ໂຕນີ້ 🔥 ລະວັງ !!! ຢ່າຫຼົງເຊື່ອຢ່າກົດເຂົ້າໄປຕອບເດັດຂາດ❗️
ການບິນລາວຂໍແຈ້ງເຕືອນມາຍັງບັນດາທ່ານ ກໍລະນີທີ່ໄດ້ມີການສົ່ງລິ້ງໜ້າເວັບໄຊທ໌ຊັກຊວນຕອບແບບສອບຖາມເພື່ອແລກເອົາເງິນລາງວັນ ຫຼື ລິ້ງລັກສະນະອື່ນໆ ທີ່ເຂົ້າຂ່າຍເປັນການຊັກຊວນທີ່ມີໂລໂກ້ຂອງການບິນລາວ ຜ່ານທາງຊ່ອງທາງຕ່າງໆທີ່ບໍ່ຮູ້ແຫຼ່ງທີ່ມາ ທ່ານອາດຈະຖືກດັກຈັບເອົາຂໍ້ມູນສ່ວນໂຕ ຫຼື ຂໍ້ມູນດ້ານການເງິນຂອງທ່ານໄດ້
– ຫາກທ່ານຍັງພົບເຫັນກໍລະນີສົງໄສສາມາດແຈ້ງ ຫຼື ສອບຖາມທີ່ເບີ 1626 WhatsApp +856 20 55 541 626
📌ຂ່າວສານ ຫຼື ກິດຈະກຳຕ່າງໆ ແມ່ນສາມາດຕິດຕາມຜ່ານທາງຊ່ອງທາງໆການຂອງການບິນລາວເທົ່ານັ້ນ
#LaoAirlines #ການບິນລາວ