ໂຕໂນ້ ພາຄິນ ໄດ້ລອຍນ້ຳຂ້າມຮອດ ແຂວງຄຳມ່ວນ ສປປ.ລາວ🇱🇦ແລ້ວຢ່າງປອດໄພ ແລະ ມີປະຊາຊົນລາວແຫ່ມາໃຫ້ການຕອນຮັບຢ່າງເນືອງແຫນ້ນ ໃນໂຄງການ OneMan And The River ຫນື່ງຄົນລອຍຫລາຍຄົນໃຫ້
ເມື່ອວັນທີ 22/10/22 ບໍລິເວນລານພະຍາສີສັດຕະນາຄະຣາດ.

ຜູ້ສື່ຂ່າວລາຍງານວ່າດາຣາສາດ ໜຸ່ມໂຕໂນ້ ພາຄິນ ຄຳວິໄລສັກ ລົງລອຍນ້ຳຂອງ ເພື່ອການກຸສົນຫາລາຍໄດ້ຊ່ວຍໂຮງຫມໍແຂວງຄຳມ່ວນ ສປປ.ລາວ ແລະ ໂຮງຫມໍນະຄອນພະນົມ ພາຍໃຕ້ຊື່ໂຄງການ One Man And Ther River ຫນື່ງຄົນລອຍຫລາຍຄົນໃຫ້.
ຕໍ່ມາໂຕໂນ້ ຂື້ນເວທີກ່າວເຖີງຄວາມເປັນມາຂອງໂຄງການພ້ອມກັບຂອບໃຈຜູ້ສະຫນັບສະຫນຸນ ພ້ອມທັງລະບຸວ່າຄວາມຮັກຂອງຄົນໄທ ແລະ ຄົນລາວມີໃຫ້ກັນ ເກີດຂື້ນທີ່ນະຄອນພະນົມ ຕົນເອງມີຄວາມສຸກທີ່ສຸກ ແລະ ຈະຈຳໄປຕະຫລອດຊີວິດຢືນຢັນວ່າຈະລອຍກັບມາຫາ ຕອນນີ້ຂໍເກັບແຮງໄວ້ລອຍໄປຝັ່ງລາວກ່ອນ.

ເວລາ 10:19 ນາທີ ໂຕໂນ້ແຕ່ງກາຍດ້ວຍຊຸດລອຍນ້ຳ ບໍດີ້ສູດແບບເຕັມຕົວ ພ້ອມທັງຮັດບຸ່ຍ ຫລື ທຸ້ນລອຍນ້ຳສີສົ້ມ ແລະ ສວມຕະກຸດໃສ່ແອວ ນ້ຳພວງມະໄລໃຫ້ຂໍຂະມາ ພຣະແມ່ຄົງຄາ ກ່ອນຈະກະໂດດລົງນ້ຳ ໂດຍມີສຽງເຮກ້ອງມາຈາກປະຊາຊົນທີ່ມາຮ່ວມໃຫ້ກຳລັງໃຈ.
ຈາກນັ້ນໂຕໂນ້ລອຍນ້ຳພ້ອມກັບທີມລອຍນ້ຳໂດຍມີກຸ່ມນົກເປັດນ້ຳຂອງທີ່ມີຫລາຍຊ່ວງອາຍຸ ກະໂດດນ້ຳຕາມມາ ແລະມຸ້ງຫນ້າໄປຍັງວັດກາງ ວັດມະຫາທາດ ແລ ສາລາທ່ານ້ຳແສງສິງແກ້ວຕາມລຳດັບທັງຫມົດ3ຈຸດເພື່ອທຳພາລະກິດ ແລະ ເຊີນຊວນປະຊາຊົນມາຮ່ວມກັນບໍລິຈາກເງີນໃຫ້ໂຄງການກ່ອນຈະມຸ້ງຫນ້າສູ່ປາຍທາງທີ່ວັດພຣະທາດສີໂຄດຕະບອງ ຝັ່ງ ສປປ.ລາວ.

ໃນເວລາ 10:30 ນາທີ. ໂຕໂນ້ ລອຍມາຮອດຈຸດທີ 2 ກ່ອນດາຣາຫນຸ່ມຈະຂື້ນຝັ່ງທັກທາຍກັບປະຊາຊົນທີ່ມາລໍຕ້ອນຮັບຫລາຍພັນຄົນຈາກນັ້ນໂຕໂນ້ ຖືກ່ອງຮັບບໍລິຈາກແລະ ທຳກິດຈະກຳຮ້ອງເພງຊາຍຄົນຫນຶ່ງ ກ່ອນຈະຍ່າງຂື້ນໄປໄຫວ້ພຣະປະທານໃນອຸໂບສົດ(ສິມ)ວັດກາງ ຈາກນັ້ນໂຕໂນ້ກັບມາລົງນ້ຳອີກຄັ້ງກ່ອນໄປຂື້ນຝັ່ງຢູ່ຈຸດທີ 3 ສາລາທ່ານ້ຳແສງສິງແກ້ວເພື່ອທັກທາຍກັບຊາວບ້ານ ແລະ ທຳກິດຈະກຳ.

ຈາກນັ້ນເວລາ 11:10 ນາທີ ໂຕໂນ້ໄດ້ກັບມາລົງແມ່ນ້ຳຂອງເພື່ອໃຫວ້ຈາກຈຸດທີ່3 ສາລາທ່ານ້ຳແສງສິງແກ້ວຕັດຂ້າມໄປຍັງຝັ່ງ ສປປ.ລາວ
ຜູ້ສື່ຂ່າວລາຍງານວ່າຈຸດທີ3 ສາລາທ່ານ້ຳແສງສິງແກ້ວຕັດຂ້າມໄປຍັງຝັ່ງ ສປປ.ລາວ ຖືເປັນຈຸດທີ່ຍາກທີ່ສຸດ ເນື່ອງຈາກກະແສນ້ຳບາງຈຸດຂ້ອນຂ້າງຫນ້າເປັນຫ່ວງໂດຍຂະນະທີ່ ໂຕໂນ້ລອຍຕັດຂ້າມແມ່ນ້ຳຂອງໄດ້ເຈີກັບກໍໄຜ່ທີ່ລອຍມາກັບນ້ຳຂອງ ຖືວ່າເປັນອີກອຸປະສັກສຳຄັນໃນພາລະກິດນີ້ ແຕ່ທີມງານທີ່ພາຍເຮືອຢູ່ໄດ້ໃຊ້ເຮືອກັນກໍໄຜອອກໄປຈາກເສັ້ນທາງເຮັດໃຫ້ໂຕໂນ້ ແລະ ທີມງານລອຍນ້ຳຕໍ່ໄປໄດ້ທ່າມກາງຝົນທີ່ເລີ່ມຕົກລິນໆລົງມາ ແຕ່ບໍ່ເປັນອຸປະສັກໃນຄວາມຕັ້ງໃຈຂອງດາລາຫນຸ່ມ.

ຕໍ່ມາເວລາ 12:00 ນາທີ ໂຕໂນ້ໄດ້ລອຍຕັດກະແສນ້ຳແມ່ນ້ຳຂອງຂ້າມໄປບໍລິເວນຝັ່ງ ສປປ.ລາວ ໃນທ່າມກາງປະຊາຊົນລາວທີ່ມາລໍໃຫ້ກຳລັງໃຈຕະຫລອດຝັ່ງ ຈາກນັ້ນໂຕໂນ້ໄດ້ລອຍຂື້ນຝັ່ງລາວ ບໍລິເວນວັດພຣະທາດສີໂຄດຕະບອງ ໃນສະພາບເມື່ອຍລ້າຈາກການລອຍນ້ຳເປັນເວລາດົນ ໂດຍມີປະຊາຊົນລາວກລາຍພັນຄົນຢ່າງເນືອງແຫນ້ນມາລໍຕອນຮັບ ພ້ອມກັບຮ້ອງຂອບໃຈໂຕໂນ້ ທີ່ຈັດໂຄງການນີ້ຂື້ນມາ.