ກ່ອນຄົນເຮົາຈະຕາຍມັນມີເລື່ອງໃຫ້ຫ່ວງຫຼາຍອີ່ຫຼີບໍ່ເຄີຍເປັນໃຂ້ເລືອດອອກແລະອາການໜັກຈົນໄດ້ນອນໂຮງໝໍ ຂ້ອຍຈົນລັ່ນວາຈາວ່າ.

ກິຊັນຖ້າຂ້ອຍເປັນຫັຍງໄປດູແລບໍລິສັດບອກຕໍ່ ດູແລຈັນແລະປຸກເຮືອນໃຫ້ແມ່ຕູ້ຈ່ອຍໃຫ້ແລ້ວ ນີ້ຄືຄຳເວົ້າຂອງຂ້ອຍໃນເວລາທີ່ບໍ່ໃຫວ ວິນຫົວ ປວດຕົນຕົວຮ້ອນ ຫາຍໃຈບໍ່ທົ່ວທ້ອງ.

ຫຼັງຈາກຫມໍສັກຢາແລະໃສ່ນ້ຳໃຫ້ຂ້ອຍກໍຫຼັບໄປແລະຮູ້ສືກຕົວຂື້ນມາໃນທົ່ງຫຼ້າສີຂຽວເຫັນຕະຕ່າຍນ້ອຍແລະກວາງ ຂ້ອຍແລ່ນຫຼີ້ນດ້ວຍຄວາມສະບາຍໃຈ ບໍ່ເມື່ອຍ ບໍ່ມີເລື່ອງຫັຍງໃຫ້ຄິດ.
ພໍຂ້ອຍແລ່ນຫຼີ້ນຢູ່ໄດ້ແນມໄປເຫັນແສງສະຫວ່າງຄ້າຍຕາເວັນພະເອີນມັນເປັນນ່າຜາ ຂ້ອຍພັດຕົກລົງເຫວລຶກບໍ່ຮອດພື້ນຈັກເທື່ອຈົນໃຈແທບຂາດ.
ພໍຮອດພື້ນຂ້ອຍໄດ້ເຫັນຜູ້ຄົນຈຳນວນຫຼາຍທີ່ກຳລັງທໍລະມານແລະສຽງຜູ້ຄົນຮ້ອງໂຫຍຫວນຮ້ອງຂໍຊິວິດ ແລະຂ້ອຍສະເດິດຕື່ນຂື້ນມາດ້ວຍໃຂ້ສູງເຫື່ອເຕັມໂຕໂສ້ງເສື້ອປຽກໝົດ.

ຂ້ອຍຮູ້ສືກໂຕໄດ້ໂຄດໂຊກດີທີ່ມັນເປັນແຄ່ຄວາມຝັນ.
ເຫຼືອນີ້ອາດຈະເປັນສິ່ງທີ່ບອກຂ້ອຍວ່າຊີວິດຫຼັງຄວາມຕາຍມັນເປັນແບບນີ້.
ເຮົາຮູ້ມື້ເກິດແຕ່ບໍ່ຮູ້ມື້ຕາຍ ຕາຍແລ້ວເຮົາສິໄປໃສ ຂ້ອຍເລີຍຄິດໄດ້ວ່າຊີວິດຂ້ອຍໂຄດມີຄ່າ ທຸກນາທີ່ ທຸກມື້ໃຫ້ສ້າງແຕ່ຄວາມດີ ສ້າງພະລັງບວກ ສ້າງຄວາມຮັກແພງ ສ້າງຄຸນງາມຄວາມດີໃຫ້ຜູ້ຄົນໄດ້ຈົດຈຳ.
ທີ່ມາ: ຮ້ານພໍ່ຄ້າຄົນຫລໍ່.