ດ່ວນ!! ພົບສົບຫຼານນ້ອຍທັງສອງຕົນ ທີ່ຈົມນ້ຳງື່ມແລ້ວ (ຂໍສະແດງຄວາມເສຍໃຈກັບຄອບຄົວຄັ້ງນີ້ດ້ວຍ)

ລາຍງານຫຼ້າສຸດ.

6 ຕຸລາ 2022 ການຄົ້ນຫາ ຮ່າງຫລານນ້ອຍ 2 ຄົນ ທີ່ຈົມນ້ຳງື່ມ ຈຸດບ້ານດອນກວດ ເມືອງວຽງຄຳ ແຂວງວຽງຈັນ ແຕ່ວັນທີ 4 ຕຸລາ 2022 ຮອດປະຈຸບັນ ແມ່ນພົບເຫັນສົບຂອງຫລານນ້ອຍທັງ 2 ແລ້ວ.

ເນື່ອງຈາກກ່ອນໜ້ານີ້, ໄດ້ມີການປະຕິບັດການຄົ້ນຫາເດັກເດັກນ້ອຍຈົມນ້ຳ ຈຳນວນ 2 ຄົນ ຢູ່ເມືອງວຽງຄຳ, ແຂວງວຽງຈັນ. ເກີດເຫດວັນທີ 4 ຕຸລາ 2022 ເວລາປະມານ 13:00 ໂມງ ເດັກນ້ອຍນັກຮຽນປະຖົມເພດຊາຍ 2 ຄົນ ອາຍຸ 7 ປີ.

ກຳລັງໄປໂຮງຮຽນໃນຊ່ວງສວາຍ ແຕ່ໄດ້ພາກັນໄປແວ່ຫຼີ້ນນໍ້າ ແລ້ວຈົມນ້ຳທີ່ນໍ້າງື່ມເຂດ ບ້ານດອນກວດ, ເມືອງວຽງຄຳ, ແຂວງວຽງຈັນ.ພໍມາວັນທີ 5 ຕຸລາ ນີ້ ເປັນມື້ທີສອງທີ່ກູ້ໄພ ແລະ.

ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເລັ່ງຄົ້ນຫາເດັກນ້ອຍຢູ່ຈຸດເກີດເຫດ ແຕ່ພົບຄວາມຫຍຸ້ງຍາກ ຍ້ອນລະດັບນໍ້າມີຄວາມເລິກ ແລະ ໄຫຼແຮງ.

ແຫຼ່ງຂ່າວ: ໜັງສືພິມແຂວງວຽງຈັນ

Related Posts

Leave a Reply

Your email address will not be published. Required fields are marked *