ສະຕິເປັນສິ່ງທີ່ສຳຄັນ!! ເຕືອນສະຕິມິດສາຊີບຮູບແບບໃໝ່.
ສະຫຼຸບໃຫ້ສັ້ນໆສະໄຕແອດ.
ຜູ້ໃຊ້ຊື່ເຟສບຸກ Tar Vilavongsa ໄດ້ບອກວ່ານ້ອງສາວໄຫ້ໂທມາວ່າມີຄົນບອກວ່າແມ່ເສຍຊີວິດ ລະມັນບອກໃຫ້ໂອນເງິນຄ່າໂລງສົບ ນ້ອງຮ້ອງໄຫ້ຂາດສະຕິຈຶ່ງໃຫ້ຜູ້ໂພສລົມ ລົມໄປລົມມາຈັບພິລຸດໄດ້ ເລີຍບອກໃຫ້ນ້ອງໂທຫາທາງຄອບຄົວ.

ປະກົດວ່າ ແມ່ຍັງຢູ່ດີມີແຮງບໍ່ມີໃຜເປັນຫຍັງ ພໍຖາມລາຍລະອຽດຕ່າງໆກໍ່ຕອບຜິດ ແລະ ບ່າຍບ່ຽງວ່າໂທຜິດເບີ.
ສົມມຸດໂອນເງິນໄປໃຫ້ມັນກະເຂົ້າທາງມັນເລີຍ ບໍ່ວ່າຈະເລື່ອງຫຍັງຕັ້ງສະຕິໃຫ້ໝັ້ນ ຢ່າຟ້າວ ຢ່າຮີບ ກວດສອບໃຫ້ໝັ້ນໃຈກ່ອນ ແລະ

#ທີ່ສຳຄັນ ຂໍ້ມູນສ່ວນຕົວ ເບີໂທ ເລກບັດປະຈຳຕົວ ເລກບັນຊີທະນາຄານ ທີ່ຢູ່ ເອກະສານຕ່າງໆ ບໍ່ຄວນຖ່າຍອັບລົງໂຊຊຽວ ມັນຈະເປັນການເປີດຊ່ອງທາງໃຫ້ມິດສາຊີບ.