ທໍາລາຍຢາສູບໄຟຟ້າ

ທໍາລາຍຢາສູບໄຟຟ້າ.

ວັນທີ 30 ກັນຍາ 2022 ພະແນກຕໍາຫຼວດສິ່ງແວດລ້ອມ ປກສ ນວຈ ທໍາລາຍຢາສູບໄຟຟ້າ ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງ ຢູ່ ນວຈ ທັງເປັນການລະເມີດກົດໝາຍ ແລະ ບຽບການຄວບຄຸມຢາສູບ ຈໍານວນ 2.365 ອັນ, ມູນຄ່າ 94.234.000 ກີບ.

ເຈົ້າຫນ້າທີ່ໃຫ້ຮູ້ວ່າ: ໃນຄັ້ງວັນທີ 14 ກັນຍາ 2022 ເຈົ້າໜ້າທີ່ພະແນກຕໍາຫຼວດສິ່ງແວດລ້ອມ ໄດ້ລົງກວດກາຮ້ານຂາຍຢາສູບໄຟຟ້າ ຢູ່ຕະຫຼາດແຫ່ງໜື່ງ ຢູ່ ນວຈ ພົບເຫັນຮ້ານທີ່ລະເມີດ ຈຳໜ່າຍຢາສູບໄຟຟ້າ ນໍາເຂົ້າບໍ່ຖືກຕ້ອງ ມີຈຳນວນ 8 ຮ້ານ.

ຈາກນັ້ນ ຈິ່ງໄດ້ຢຶດສິນຄ້າຈຳນວນດັ່ງກ່າວ ມາທຳລາຍຖີ້ມຢູ່ທີ່ບ້ານຈຳປາ ເມືອງສີໂຄດຕເບອງ ນວຈ.

Related Posts

Leave a Reply

Your email address will not be published. Required fields are marked *