ເຈົ້າໜ້າທີ່ຢຶດລົດ Lexus ແລະ REVO ນໍາເຂົ້າບໍ່ຖືກຕ້ອງ

ເຈົ້າໜ້າທີ່ຢຶດລົດ Lexus ແລະ REVO ນໍາເຂົ້າບໍ່ຖືກຕ້ອງ.

ໃນວັນທີ 25 ກັນຍາ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ກົມພາສີ ກະຊວງການເງິນ, ໄດ້ປະຕິບັດໜ້າທີ່ຕາມສາຍຂ່າວ,ເພື່ອຕິດຕາມລົດເປົ້າໝາຍ ຈໍານວນ 2 ຄັນ; ລົດຈິບ TOYOTA Lexus LX570 ສີດໍາ ພວງມະໄລຊ້າຍ ແລະ ລົດກະບະ TOYOTA hilux revo ພວງມະໄລຊ້າຍ.

ດັ່ງນັ້ນ, ເຈົ້າໜ້າ ພສປ ຈຶ່ງໄດ້ດຳເນີນການຢຶດລົດຈໍານວນ 2 ຄັນດັ່ງກ່າວ, ເພື່ອດຳເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບການ,ຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ, ສ່ວນລາຍລະອຽດຈະເປັນແນວໃດນັ້ນທາງທິມຂ່າວກະຊວງການເງິນຈະລາຍງານເພີ່ມເຕີມຕາມພາຍຫຼັງ.

Related Posts

Leave a Reply

Your email address will not be published. Required fields are marked *