ຟ້າຜ່າງົວ ປະຊາຊົນ 26 ໂຕ ເຈົ້າຂອງງົວນໍ້າຕາຕົກ ຄາດເສຍຫາຍເກືອບ 200 ລ້ານກີບ😢
ວັນທີ20 ກັນຍາ 2022 ໄດ້ເກີດເຫດມີຟ້າຜ່າງົວຂອງປະຊາຊົນຕາຍ 26 ໂຕ ເຊິ່ງຄາດວ່າໄດ້ສ້າງຄວາມເສຍຫາຍເກືອບ200.000.000ລ້ານກີບ ທີ່ບ້ານຫ້ວຍງ້ວນເມືອງງາແຂວງອຸດົມໄຊ.
ອີງຕາມການໃຫ້ຂໍ້ມູນເບິ່ງຕົ້ນຂອງທ່ານ ບຸນແພງ ເຊຍເຍລີ ຫົວຫນ້າຫນ່ວຍງານລ້ຽງສັດ ຫ້ອງການກະສິກຳແລະປ່າໄມ້ເມືອງໃຫ້ຮູ້ວ່າ ງົວດັ່ງກ່າວແມ່ນງົວຂອງທ້າວ ໄມ່ແສງ ມີທັງຫມົດ 50ໂຕ.
ຖືກຟ້າຜາ 26ໂຕ ຕໍ່ເຫດການດັ່ງກ່າວພາກສ່ວນກ່ຽວຂ້ອງໄດ້ລົງກວດກາຕົວຈິງເຫັນວ່າຂົງເຂດດັ່ງກ່າວແມ່ນສ່ວນຫຍ້າລ້ຽງງົວ.
ສ່ວນຂົງເຂດຖືກຟ້າຜ່າເປັນເຂດຮາບພຽງ ມີສຸມໄມ້ຊາງໄພເປັນບ່ອນຢູ່ຂອງງົວສັງເກດເຫັນຫນໍ່ໄມ່ຢູ່ຂົງເຂດດັ່ງກ່າວແຕກຫມູ່ນທັງຫມົດ ແລະ ຕາມຕົນຕົວຂອງງົວມີຫລັກສະນະແຫລ້ກໍ່າເຊິ່ງ.
ວິຊາການຫ້ອງການກະສິກຳແລະປ່າໄມ້ເມືອງງາໄດ້ແນະນໍາໃຫ້ຝັງງົວທີ່ຕາຍທັງຫມົດຕາມຫລັກວິຊາການແລະຫ້າມນໍາມາບໍໂພກເພາະອາດຈະມີຄວາມສ່ຽງໃນການຕິດເຊື້ອຈາກສັດສູ່ຄົນໄດ້.
Cr: ຂ່າວ ເມືອງງາ ແຂວງອຸດົມໄຊ