ເຫັນແບບນີ້ແລ້ວ ຕາອີ່ດູຕົນສຸດໆ ມາຮໍ່າຮຽນຍາມຝົນ ສະພາບແບບນີ້ກໍມີ ແຕ່ນ້ອງໆກໍຍັງມາຮຽນ ບອກເລີຍ 1 ພາບລ້ານຄວາມໝາຍໃນການສື່ອອກໄປ.


ລູກຫຼານຄືອະນາຄົດຂອງຊາດຄືຮຸ່ນສືບທອດ ຢູ່ທີ່ ໂຮງຮຽນຊົນນະບົດແຫ່ງໜຶ່ງທີ່ແຂວງພາກເໜືອຂອງລາວ ຄຣິບນີ້ໄດ້ຈາກຕິກຕ໊ອກ ເພິ່ນລົງໄວ້ບອກ ເປັນ ບ້ານລະຮ່າງໃຫຍ່ ເມືອງຂວາ ແຂວງ ຜົ້ງສາລີ.


ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອ ແລະ ແກ້ໄຂເດີ້ ນອກຈາກນີ້ຄົງມີອີກຫຼາຍໆບ່ອນທີ່ອາດມີສະພາບແບບນີ້ ໃຜມີບ່ອນໃດກໍແຈ້ງບອກເດີ້ ຊ່ວຍກະຈາຍຂ່າວໃຫ້ນະ.
