ໄວ້ອາໄລຫາ ອາຈານເເລັມໂບ້ ຜູ້ຈາກໄປ.
ບັດນີ້ ດວງເດືອນດັບມອດຊິ້ນ ສີເສື່ອມສູນສະຫຼາຍຈັນທາທີ່ເຄີຍໃສ ປ່ຽນເປັນສີເສົ້າຖືກເມກດຳດຶງເຂົ້າ ເລືອນຫາຍກາຍຜ່ານປານວ່າຟ້າມືດຄື້ມ ໂສມເສົ້າທົ່ວນະຟາ ນ່າຍເດ.
ອາຈານ ເເລັມໂບ້ ສີສະຫມຸດຈາກໂລກນີ້ ສຸດທີ່ອາໄລຫາສຸດທີ່ອາວອນນຳ ລະນຶກຫາເຫັນຮູ້ຄູສອນ.ມສ.ອົງເເກ້ວ ເເວວວາວດັບມອດຮອດອາຍຸບັ້ນທ້າຍ ສັງຂານກາຍທາດຕັ້ງບໍ່ຍັງເເລ້ວວ່າເເມ່ນຄົນ.
ອຈ.ເເລັມໂບ້ລາໂລກເເລ້ວ ໃນໄວເເຫ່ງ 30 ປີເຫຼືອເເຕ່ຄຸນຄວາມດີ ທີ່ຝາກຝັ່ງເຜີຍໄວ້ສອນສິດຫຼາຍຄົນໄດ້ ໄວເຍົາຈົນສະຫຼາດຄວາມສາມາດຮອບຮູ້ ຄູຄະນິດສາດເກັ່ງກ້າຫຼາຍວິຊາເຈົ້າມອບໃຫ້ ປັນຍາກ້າສ່ອງໃສ ນີ້ນາ.
ຍັງຄົງ.ເຫຼືອພຽງຮູບພາບໄວ້ ປະດັບໃສ່ຫົວໃຈ.ສິດນີ້ພໍໄດ້ເເຍງຍາມຫວນ ລະນຶກຫາເຫັນຫນ້າກັບວິຊາຄວາມຮູ້ ຄູອາຈານຄົນໂກ້ເເລັມໂບ້ດັບມອດເເລ້ວ ຜົນງານເເວວວາດຂື້ນບໍ່ມີມື້ວ່າຊິຕາຍ ນີ້ເເລ້ວ.
ຜົນງານອາຈານສ້າງໄວ້ ຫຼາຍສີ່ງອະນັນນັບສັງຄົມຍິນຍອມຮັບ ຄ່າຄຸນຂອງເຈົ້າແມ່ນຊີເອົາຄຳເວົ້າ ເອົາເງີນຕາ ມາວາດຄ່າຄົງບໍ່ຄຸ້ມລາຄາ ປານເອົາເກືອເເລກເຂົ້າບໍ່ສົມເຄົ້າຄ່າຄູ.ດອກນາ.
ຊີວິດຄົນເປັນຈັ່ງຊີ້ ມີ ເກີດ.,ເເກ່,ເຈັບ,ຕາຍໄປຕາມກົດເກນທຳ ມະຊາດປຸນເເປງໄວ້ບໍ່ມີໃຜຫນີພົ້ນ ພະຍາຍົມ ມັດຈຸລາດອາຄາດຄຸມຄອບຄັ້ນ ໄປຫັ້ນບ່ອນດຽວ.
ມື້ນີ້.ນ້ອຍຂໍເອົາກອນກອດກ້ຽວ ວອນຫນ່ຽວອາໄລຫາອາຈານເເລັມໂບ້ຄົນດີ ຈາກໄປເເລ້ວວັນນີ້30 ປີ ຊີວີເຈົ້າ ເປັນເເມ່ນພິມຂອງຊາດຜົນງານງາມປະກາດໄວ້ ສິດທຸກຄົນຈຳຈື່ໄດ້ຄຸນຄວາມດີຄູມອບໃຫ້ ປຽບຈັນໃສສ່ອງເເຈ້ງເເຍງຫົນທາງທ່ານສູ້ ຊູເຈົ້າສູ່ສະຫວັນອາຈານ.ເເລັມໂບ້….ເອີຍ..!
ຂຽນຈາກໃຈ ໄວ້ອາໄລ ອາຈານອ້າຍເເລັມໂບ້ ສີສະຫມຸດທີ່ຈາກຄອບຄົວລູກເມຍ ຈາກສະຖາບັນ ຈາກໂຮງຮຽທີ່ເຄີຍສອນ ໄປຢ່າງບໍ່ມີວັນຫວນກັບຄືນມາ.ປະພັນໂດຍ: ນ້ອຍມະນີ ອິນທະວົງສາສ ນ້ອຍຄົນບ້ານນອກ.
11 ທັນວາ 199216 ກັນຍາ 2022