‘ບັນຫາໜີ້ສາທາລະນະ ທີ່ສະສົມມາຍາວນານຂອງປະເທດລາວຍັງເປັນສິ່ງທ້າທາຍໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ.
ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຍ້ອນວ່າປັດຈຸບັນນີ້ປະເທດລາວມີລາຍຮັບງົບປະມານປົກກະຕິພາຍໃນ ແມ່ນກຸ້ມສະເພາະລາຍຈ່າຍປົກກະຕິພາຍໃນ ໃນປັດຈຸບັນ ເປັນຕົ້ນລາຍຈ່າຍເງິນເດືອນ,
ລາຍຈ່າຍບໍລິຫານປົກກະຕິຂອງລັດຖະບານ, ລາຍຈ່າຍລົງທຶນພາຍໃນ ແຕ່ບັນຫາໃຫຍ່ ແມ່ນເຮົາບໍ່ມີເງິນຊໍາລະໜີ້ສິນຕ່າງປະເທດ’’, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ກ່າວຊີ້ແຈງຂໍ້ຊັກຖາມຂອງສະມາ ຊິກສະພາແຫ່ງຊາດ.
ທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອມໍ່ໆມານີ້.
ທ່ານ ບຸນໂຈມໄດ້ກ່າວຊີ້ແຈງຕື່ມວ່າ: ຕໍ່ບັນຫາດັ່ງກ່າວ, ລັດຖະບານ ກໍຄືກະຊວງກ່ຽວຂ້ອງ ກຳລັງດຳເນີນການແກ້ໄຂບັນຫາດັ່ງກ່າວ; ພ້ອມກັນນັ້ນ ກໍແກ້ໄຂບັນຫາທີ່ຕິດພັນ ເປັນຕົ້ນບັນຫາການຂຸດຄົ້ນທ່າແຮງບົ່ມຊ້ອນທີ່ເຮົາມີ, ລັດຖະບານຍອມຮັບວ່າຍັງຂຸດຄົ້ນບໍ່ໝົດ ແລະ ກຳລັງດຳເນີນການແກ້ໄຂບັນຫາດັ່ງກ່າວນີ້.
ໃນຫຼາຍວິທີການ ເປັນຕົ້ນລັດຖະບານ ກໍຄືກະຊວງການເງິນ ພວມດຳເນີນການສ້າງລະບົບຄຸ້ມຄອງການເກັບລາຍຮັບທີ່ທັນສະໄໝ ປັດຈຸບັນສຳເລັດແລ້ວປະມານ 60% ແລະ ຈະໃຫ້ສຳເລັດ ໂດຍເລີ່ມຕົ້ນຈັດຕັ້ງປະຕິບັດໃນຕົ້ນປີ 2023.
ສປປ ລາວ ອາດຈະຕ່າງຈາກປະເທດອື່ນທີ່ເກີດວິກິດ ທີ່ບໍ່ມີຄວາມສາມາດຊໍາລະໜີ້ສິນຕ່າງປະເທດໄດ້ (ຈົນນໍາໄປສູ່ການລົ້ມລະລາຍ),
ແຕ່ພວກເຮົາມີທ່າແຮງບົ່ມຊ້ອນ ໂດຍສະເພາະຊັບພະຍາກອນທຳມະຊາດ ແລະ ຖານການຜະລິດເຮົາຈຳນວນໜຶ່ງ ທີ່ເປັນທ່າແຮງສຳລັບຄໍ້າປະກັນໃຫ້ ສປປ ລາວ ໃນການຊໍາລະໜີ້ຕ່າງປະເທດໄດ້.
ທີ່ມາ: ວຽງຈັນທາຍ