ສ.ອາເມລິກາ ຈະຫ້າມຈຳໜ່າຍລົດໃຊ້ນ້ຳມັນເຊື້ອໄຟໃນອີກ13ປີຕໍ່ໜ້າ
ຂປລ.ຕາມຂ່າວຈາກBBC,ວັນທີ26 ສິງຫານີ້, ລັດແຄລິຟໍເນຍ ໃນສ.ອາເມລິກາ ປະກາດແຜນ ຫ້າມຈຳໜ່າຍລົດ ທີ່ນຳໃຊ້ ນ້ຳມັນ ເຊື້ອໄຟ
ພຽງຢ່າງດຽວ ພາຍໃນປີ 2035 ຫລືອີກ 13ປີຕໍ່ໜ້າ ຊຶ່ງເປັນບາດກ້າວ ສຳຄັນ ໃນການ ແກ້ໄຂບັນຫາ ການປ່ຽນແປງ ດິນຟ້າ ອາກາດ
ໂດຍສະເພາະ ການຫລຸດຜ່ອນ ປ່ອຍອາຍພິດ ທາງອາກາດ ໃຫ້ຕ່ຳສຸດ ເພື່ອແນໃສ່ ການນຳໃຊ້ ລົດພະລັງງານ ໄຟຟ້າ ໄຮບຣີດ ຫລື ພະລັງງານ ໄຮໂດຣເຈັນ ໃນປີ2026
ກວມເອົາ 35%ຂອງຈຳນວນລົດໃໝ່ ກ່ອນເພີ່ມເປັນ 68% ພາຍໃນປີ 2030 ແລະ 100%ພາຍໃນປີ 2035 ຕາມລຳດັບ./.
(ພາກຂ່າວ: ຕ່າງປະເທດ)ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ