ຄຳບູຊາຫໍ່ເຂົ້າປະດັບດິນ (ກົດແຊຣ໌ໄວ້ເດີ)
#ຄຳບູຊາຫໍ່ເຂົ້າປະດັບດິນ (ກົດແຊຣ໌ໄວ້ເດີ) @ 🙏
ຢ່າໄປບູຊາເດິກຫຼາຍເພາະເປັນເວລາບໍ່ເໝາະສົມ ໃນການໄປບູຊານັ້ນ ໃຫ້ນໍາເອົາໄປບູຊາໂລດ ໂດຍບໍ່ຕ້ອງເຄນໃຫ້ພຣະສົງ ເອົາໄປຢາຍບູຊາປະດັບໄວ້ ໃນສະຖານທີ່ບູຊາເຊັ່ນ: ໜ້າເຮືອນຕົນເອງ, ຕາມກຳແພງວັດ, ຕາມທາດເຈດີກະດູກ, ຕາມຫົວໄຮ່ປາຍນາ, ຕາມດິນຕາມຫຍ້າ, ເຫງົ້າໄມ້ໃຫຍ່ໃນວັດ ໂດຍວິທີການວາງລົງກັບພື້ນດິນໂລດ ແລ້ວໄຕ້ທູບທຽນບູຊາ ຢາດນໍ້າ ຫຼື ບໍ່ຢາດນໍ້າ ເວົ້າເອົາກະໄດ້ວ່າ:

ແບບທີ່1 👇
ຂ້າພະເຈົ້າຊື່…. ໄດ້ແຈກຢາຍຫໍ່ເຂົ້າປະດັບດິນ ບູຊາແຜ່ນດິນ ພຣະແມ່ທໍລະນີ, ຍາດພີ່ນ້ອງຊື່…. ຕະຫລອດເຖິງຜີເຜດ ຜີທີ່ມີຍາດ ແລະ ບໍ່ມີຍາດ ກໍດີ ໃຫ້ມາຮັບເອົາຫໍ່ເຂົ້າປະດັບດິນນີ້ ທີ່ຂ້າພະເຈົ້ານຳມາແຈກຢາຍ ເພື່ອໃຫ້ໄດ້ຢູ່ໄດ້ກິນ ແລ້ວໃຫ້ເອົາຕົນໄປເກີດໃນທີ່ດີເຖິງສຸກ ມີພຣະນິບພານເປັນທີ່ແລ້ວ ສາທຸ ສາທຸ ສາທຸ.

#ຕັ້ງນະໂມ3ຈົບ.
✨️ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ 3 ເທື່ອ#ຄຳບູຊາຫໍ່ເຂົ້າປະດັບດິນອິມານິ ມະຍັງ ພັນເຕ ສັບພະໂພຊະນານິ ນານາ ວັດຖຸການິ ຣັດຕະນັດຕະຍັດສະ ອະພິປູເຊມະ ອັມຫາກັງ ມາຕາປີຕາທິນັງຄຸນະວັນຕານັນຈະ ໄມຫັນຈະ ທີຄະຣັດຕັງ ຫິຕາຍະ ສຸຂາຍະພັນເຕ ຂ້າແຕ່ທ່ານຜູ້ຈະເລີນ ພວກຂະນ້ອຍທັງຫລາຍ ຂໍບູຊາເຊິ່ງເຂົ້າປະດັບດິນ ອັນປະກອບດ້ວຍ ວັດຖຸທານຕ່າງໆ ທັງຫລາຍເຫລົ່ານີ້ ແດ່ພຣະຣັດຕະນະໄຕ ແລະ ພຣະສະຖູບຮູບພຣະເຈດີ ແລະ ພຣະສີມະຫາໂພ ເພື່ອໃຫ້ເປັນປະໂຫຍດ ແລະຄວາມສຸກ ຄວາມຈະເລີນ ແກ່ພວກຂະນ້ອຍທັງຫລາຍ ຜູ້ມີຄຸນ ໝາຍມີ ບິດາ ມານດາ ຍາດຕິກາວົງສາ ແລະ ຄູອຸປັດຊາ ອາຈານເປັນຕົ້ນ ທີ່ລ່ວງລັບດັບຂັນໄປສູ່ປະລາໂລກຫນ້າແລ້ວນັ້ນ ຂໍ່ຈົ່ງມາອະນຸໂມທະນາ ສາທຸການ ຮັບເອົາຜົນທານດອມຝຸງຂ້າ ທັງຫລາຍທຸກຕົນ ທຸກຄົນແດ່ກໍຂ້າເຖີ້ນ.

#ຄຳແຜ່ເມດຕາ.
ສັບເພ ສັດຕາ ອະເວຣາ ໂຫນຕຸ ອັບພະຍາປັດຊາ ໂຫນຕູ ອະນີຄາໂຫນຕຸ ສຸຂີ ອັດຕານັງ ປະຣິຫາຣັນຕຸ.
#ຄຳຢາດນ້ຳ.
ທຸກຂັບປັດຕາ ຈະ ນິດທຸກຂາ ພະຍັບປັດຕາ ຈະ ນິບພະຍາ ໂສກັບປັດຕາ ຈະນິດໂສກກາ ໂຫນຕຸ ສັບເພປິ ປານິໂນ ເອດຕາວະຕາ ຈະ ອຳເຫຫິ ສັມພະຕັງ ປຸນຍັງ ສັມປະທັງ ສັບເພເທວາ ອະນຸໂມທັນຕຸ.

#ຄຳແຜ່ສ່ວນບຸນກຸສົນ.
ອິທັງ ເມ ມາຕາປິຕຸນັງ ໂຫຕຸ ສຸຂິຕາ ໂຫນຕຸ ມາຕາປິຕະໂຣອິທັງ ເມ ຍາຕີນັງ ໂຫຕຸ ສຸຂິຕາ ໂຫນຕຸ ຍາຕະໂຍອິທັງ ເມ ຄະຣູ ປັດຊາຍາຈະຣິຍານັງ ໂຫຕຸ ສຸຂິຕາ ໂຫນຕຸ ຄະຣູ ປັດຊາຍາຈະຣິຍາອິທັງ ສັບພະເທວານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັບເພເທວາອິທັງ ສັບພະເປຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັບເພ ເປຕາອິທັງ ສັບພະເວຣີນັງ ໂຫຕຸ ສຸຂິຕາ ໂຫນຕຸ ສັບເພ ເວຣີອິທັງ ສັບພະສັດຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັບເພ ສັດຕາ.
ສາທຸ ສາທຸ ສາທຸ ອະນຸໂມທາມິ 🙏🏼🙏🏼🙏🏼(ຈົບພິທີ).