#ພາບນີ້ຂື້ນໜ້າເຟສໃຜ ແລ້ວແຊຣ໌ຕໍ່ ຈົງສຳເລັດຜົນດັ່ງປາດຖະໜາ.
ລວຍຮ້ອຍລ້ານ ພັນລ້ານ.
ຢູ່ເຢັນ ເປັນສຸກ ສຸກກາຍ ສຸກໃຈ ມັງມີ ສີສຸກ.
ທຸກທ່ານ ທຸກຄົນ ເທີ້ນ ສາທຸ ສາທຸ ສາທຸ 🙏💖🙏🧘🙏

6 ເຄັດລັບເກັບເງິນ ແບບບໍ່ຮູ້ຕັວວ່າ… ກຳລັງເກັບ.
ໄດ້ນຳເອົາ 6 ວິທີງ່າຍໆໃນການເກັບເງິນມານຳສະເໜີ ໄປເບິ່ງນຳກັນເລີຍ.
1. ເອົາເງິນໂບນັດມາອອມບໍ່ວ່າ… ຈະເປັນເງີນໂບນັດ ຫລືການໄດ້ເງີນຄືນຈາກບ່ອນໃດ ກໍແລ້ວແຕ່ ຖ້າຢາກເກັບເງີນໃຫ້ໄດ້ເພີ່ມຂຶ້ນນັ້ນ ການທີ່ເຮົາຈະອອມເງິນສ່ວນເກີນທີ່ເຮົາບໍ່ໄດ້ໃຊ້ ກໍຈະເຮັດໃຫ້ເຮົາສາມາດອອມເງິນໄດ້ຫລາຍຂຶ້ນ.
2. ໄດ້ເງິນມາ ໂອນເຂົ້າບັນຊີເກັບໂລດຖ້າມີຄວາມຕັ້ງໃຈຢ່າງດຽວມັນບໍ່ພໍດອກ! ຄວນວາງແຜນການເງີນໃຫ້ເປັນເລື່ອງອັດຕະໂນມັດໄປເລີຍໂດຍທີ່ເຮົາບໍ່ຕ້ອງມານັ່ງຄິດວ່າ… ຈະຕ້ອງອອມເງີນທໍ່ໃດ? ຈັ່ງໄງ?
ຫລືການຍົກເລີກຄ່າເຊົ່າໂທລະພາບ….ແນ່ນອນວ່າ…
3. ປ່ຽນຄ່າໃຊ້ຈ່າຍໃຫ້ເປັນການອອມຖ້າເຮົາມີການຍົກເລີກຄ່າໃຊ້ຈ່າຍບາງຢ່າງ ເຊັ່ນ ການປ່ຽນໂປຣມືຖືໃຫ້ຖືກລົງ ຫລືການຍົກເລີກຄ່າເຊົ່າໂທລະພາບ….ແນ່ນອນວ່າ… ຕ້ອງມີເງີນເຫຼືອ ຖ້າຢາກເກັບເງີນໃຫ້ໄດ້ເພີ່ມຂຶ້ນ ກໍໃຫ້ເອົາເງີນທີ່ເຫຼືອນັ້ນ ຈາກທີ່ເຮົາຕ້ອງເອົາໄວ້ຈ່າຍທຸກໆເດືອນມາອອມ ກໍຈະໄດ້ເງີນອອມເພີ່ມຂຶ້ນ.

4. ເງິນເດືອນຂຶ້ນ ກໍໃຫ້ເກັບສ່ວນຕ່າງສົມມຸດປີນີ້ ໄດ້ເງິນເດືອນເພີ່ມຂຶ້ນ 500,000 ກີບກໍໃຫ້ເກັບເງີນອັນນີ້ໄວ້ໃນບັນຊີເງີນຝາກຈະດີຫຼາຍ. ເພາະຖ້າເຮົາບໍ່ໄດ້ມີຫຍັງທີ່ຈຳເປັນຕ້ອງໃຊ້ເງີນເພີ່ມ ກໍອອມເງີນນີ້ໄວ້ໃຊ້ຕອນກະສຽນຂໍໃຫ້ເຮົາສຶກສາການລົງທຶນໃນຮູບແບບຕ່າງໆ ທີ່ເຮົາຖະຫນັດນຳພ້ອມ!ສ່ວນຕົວຂ້າພະເຈົ້າ ມັກອອມໃນຄຳ, ຫຸ້ນ ແລະບິດຄອຍເພາະໃນທຸກມື້ນີ້ ດອກເບ້ຍເງີນຝາກທະນາຄານມັນຖືກ!ບໍ່ສາມາດເອົາຊະນະເງິນເຟີ້ໄດ້..
5. ຕັ້ງຊື່ໃຫ້ ແຕ່ລະບັນຊີ ເມື່ອເປີດບັນຊີເງີນຝາກ ຊື່ບັນຊີກໍເປັນຊື່ຂອງເຮົາ ຫລືເປັນເລກບັນຊີ ກໍອາດຈະໜ້າເບື່ອ.ຍິ່ງຖ້າເຮົາມີຫຼານບັນຊີກໍຍິ່ງສັບສົນວ່າ… ແຕ່ລະບັນຊີຈະໃຊ້ເຮັດຫຍັງ ?.ຖ້າຢາກອອມເງີນໃຫ້ໄດ້ຫລາຍຂຶ້ນ ແອັດຂໍແນະນຳໃຫ້ຂຽນໄວ້ໜ້າປົກປຶ້ມບັນຊີວ່າ…ບັນຊີນີ້ໃຊ້ສຳລັບຫຍັງ? ເຮົາອາດຈະຕັ້ງຊື່ໃຫ້ແຕ່ລະບັນຊີເຊັ່ນວ່າຖ້າເປັນບັນຊີເກັບເງີນໄປທ່ຽວກໍອາດຈະຕັ້ງວ່າ… ເປັນທຣິບໄປທ່ຽວຫຼວງພະບາງ, ວັງວຽງ ປະມານນີ້ ມັນໃຫ້ເຮົາຮູ້ສຶກມ່ວນ ແລະຕື່ນເຕັ້ນກັບການອອມເງີນຫລາຍຂຶ້ນແນ່ນອນ.
ທີ່ເຮົາບໍ່ໄດ້ໃຊ້ແລ້ວເຮົາເອງຄິດຢາກຈະອອມເງີນຂຶ້ນມາກໍໃຫ້ນຳເງີນໄປເກັບໄວ້ໃນບ່ອນທີ່ເອົາອອກມາຍາກໆ .

ໂດຍສະເພາະແມ່ນເປີດບັນຊີໃໝ່ ຕ້ອງບໍ່ມີບັດເອທີເອັມຜູກນຳ ຫຼື ໃຊ້ຈ່າຍໃນແອັບໄດ້ ຕັດໄຟໄວ້ແຕ່ຕົ້ນລົມ.
6. ໃສ່ກຸນແຈ ລັອກໄວ້ເລີຍ (ຫມາຍເຖິງປ້ອງກັນໄວ້ກ່ອນ)ຖ້າມີເງີນສ່ວນໃດ…
“ຖ້າເຮົາເປັນຝ່າຍທີ່ສາມາດຄວບຄຸມເງິນ ເຮົາຈະມີທັງອິດສະຫລະແລະຄວາມລ້ຳລວຍໃນຊີວິດ ແຕ່! ຖ້າປ່ອຍໃຫ້ເງີນເຂົ້າມາຄວບຄຸມ ເຮົາກໍຈະມີແຕ່ຄວາມຍາກຈົນ”