ນາຍົກລັດຖະມົນຕີຍິ່ປຸ່ນຕິດໂຄວິດ
ຕອນບ່າຍວັນທີ 21 ສິງຫານີ້, ຄະນະເລຂາທິການຂອງລັດຖະບານຍີ່ປຸ່ນແຈ້ງໃຫ້ຮູ້ວ່າ, ທ່ານຟູມີໂອ ກີຊີດະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19.
ບຸກຄົນທີ່ກ່ຽວຂ້ອງຂອງຄະນະເລຂາທິການລັດຖະບານຍີ່ປຸ່ນກ່າວວ່າ, ທ່ານຟູມີໂອ ກີຊີດະເລີ່ມມີອາການໄຂ້ຕ່ຳ ແລະ ໄອໃນຕອນຄ່ຳວັນທີ 20 ສິງຫານີ້
ຜົນການກວດເຊື້ອພະຍາດໂຄວິດ-19 ຢູ່ເຮືອນພັກນາຍົກລັດຖະມົນຕີໃນເວລາ 10 ໂມງວັນທີ 21 ສິງຫານີ້, ມາຮອດບ່າຍ 16 ໂມງຂອງມື້ດຽວກັນ ທ່ານກີຊີດະຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19.
ທ່ານຟູມີໂອ ກີຊີດະເລີ່ມພັກລະດູຮ້ອນແຕ່ວັນທີ 15 ສິງຫານີ້, ຕາມແຜນການຈະເລີ່ມເຮັດວຽກຄືນໃນວັນທີ 22 ສິງຫານີ້, ປັດຈຸບັນ ທ່ານພວມພິຈາລະນາປະຕິບັດງານຜ່ານທາງອອນລາຍ.
ຫວ່າງມໍ່ໆມານີ້, ຈຳນວນຄົນຕິດເຊື້ອພະຍາດໂຄວິດ-19 ຕໍ່ມື້ຂອງຍີ່ປຸ່ນໄດ້ສ້າງສະຖິຕິໃໝ່ເລື້ອຍໆ. ອີງຕາມສະຖິຕິຂອງໂທລະພາບ NHK ຍີ່ປຸ່ນລາຍງານໃຫ້ຮູ້ວ່າ, ໃນວັນທີ20 ສິງຫານີ້, ມີ 253.265 ຄົນທົ່ວປະເທດຍີ່ປຸ່ນຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19.
Cr: CRI FM93