ຫຼາຍປ້ຳໃນ ນະຄອນຫຼວງ ນ້ຳມັນແອັດຊັງຂາດປ້ຳ.

ຫຼາຍປ້ຳໃນ ນະຄອນຫຼວງ ນ້ຳມັນແອັດຊັງຂາດປ້ຳ.

#News | ຈາກການລົງສຳຫຼວດຂອງທີມຂ່າວ ອິນໄຊລາວ ໃຫ້ຮູ້ວ່າ ໃນວັນທີ 5 ສິງຫາ 2022 ມີຫຼາຍປ້ຳນ້ຳມັນ ໃນ ນະຄອນຫຼວງ ວຽງຈັນ ທີ່ເປີດໃຫ້ບໍລິການ ແຕ່ມີນ້ຳມັນບໍ່ພຽງພໍໃຫ້ບໍລິການແກ່ລູກຄ້າ, ບາງປ້ຳກໍປິດໃຫ້ບໍລິການຊົ່ວຄາວຍ້ອນບໍ່ມີນ້ຳມັນຈຳໜ່າຍ.

ສຳລັບນ້ຳມັນທີ່ຫຼາຍໆປ້ຳຂາດໃນມື້ນີ້ສ່ວນໃຫຍ່ແມ່ນ ນ້ຳມັນແອັດຊັງ ເປັນຕົ້ນແມ່ນປ້ຳສີເມືອງ, ປຕທ ນາໄຊ, ປ້ຳ Plus ໜອງດ້ວງ ແລະ ປ້ຳອື່ນໆອີກ.

ອີງຕາມການສຳພາດຜູ້ໃຊ້ບໍລິການທ່ານໜຶ່ງ ໃຫ້ຮູ້ວ່າ ການເຂົ້າມາເຕີມນ້ຳມັນໃນມື້ນີ້ແຕ່ນ້ຳມັນໝົດ ເຮັດໃຫ້ໂຕເອງມີຄວາມກັງວົນບໍ່ໜ້ອຍໃນການຊອກເຕີມນ້ຳມັນໃສ່ລົດ, ເພາະບໍ່ຮູ້ວ່າປ້ຳໃດຈະມີນ້ຳມັນໃຫ້ບໍລິການແດ່; ດັ່ງນັ້ນ ໃນການເຕີມນ້ຳມັນແຕ່ລະຄັ້ງຈັກມັກເຕີມເຕັກຖັງໄວ້ເລີຍເພື່ອຄວາມສະບາຍໃຈ ເຖິງວ່າລາຄາຈະຍັງຂ້ອນຂ້າງສູງຢູ່ກໍຕາມ.ແຕ່ຖ້າຕ້ອງໄດ້ລຽນຄິວໃສ່ນ້ຳມັນເປັນ 2-3 ຊົ່ວໂມງຄືໃນໄລຍະຜ່ານມາ ກໍຄົງຈະບໍ່ໄຫວ ເພາະເສຍທັງເວລາ ແລະ ນ້ຳມັນລົດ.

Related Posts

Leave a Reply

Your email address will not be published. Required fields are marked *