ຂ່າວດີ !!! ແຈັງປັບລາຄາຂາຍຍ່ອຍ ນໍ້າມັນເຊື້ອໄຟ ທົ່ວປະເທດ ! ໂດຍລາຄາໃໝ່ນີ້ ແມ່ນໃຫ້ເລີ່ມປະຕິບັດ ວັນທີ 05 ສິງຫາ 2022; ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.


– ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ ນໍ້າມັນກາຊວນ 90 ກີບ/ລິດ, ສ່ວນລາຄານໍ້າມັນແອັດຊັງພິເສດ ແລະ ລາຄານໍ້າມັນແອັດຊັງທໍາມະດາ ແມ່ນບໍ່ເໜັງຕີງ.

– ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0683/ກຄພນ, ລົງວັນທີ 04 ສິງຫາ 2022 ຈົນກວ່າຈະມີການປ່ຽນແປງ.

– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.

