ຈາກຜູ້ໃຊ້ເຟສບຸກຊື່ Lamphai Mountivong ໄດ້ໂພສໃນວັນທີ 01/08/2022 ວ່າ: ລາກ່ອນເດີຄູອາສາ 6 ປີ ມາຮອດມື້ນີ້ຟ້າຄົນເກັ່ງຂໍຍອມແພ້ແລ້ວເດີ.

ມາຮອດມື້ນີ້ສູ້ບໍ່ໄຫວອີ່ຫຼີຕົ້ນທຶນຊີວິດຕ່ຳກວ່າຄົນອື່ນຄວາມຮູ້ຄວາມສາມາດທີ່ມີກໍຊ່ວຍຫຍັງບໍ່ໄດ້ມາຮອດຈຸດນີ້ຂ້ອຍຮູ້ໂຕດີແລ້ວບໍ່ໂທດໃຜ ມັນຍາກເກີນທີ່ຈະອະທິບາຍມັນອອກມາເວົ້າຫຍັງຫຼາຍບໍ່ໄດ້ທຸກຄົນໜ້າຈະຮູ້ຄືຂ້ອຍຮູ້.

ຄວາມຫວັງຂອງແມ່ທີ່ຢາກເຫັນລູກບັນຈຸມາຮອດມື້ນີ້ລູກສານຕໍ່ໃຫ້ແມ່ບໍ່ໄດ້ແລ້ວເດີ ລູກກາບຂໍໂທດ ແຕ່ລູກຄົນນີ້ຈະບໍ່ຍອມແພ້ດອກເພາະຄູເປັນອາຊີບທີ່ລູກມັກຮັກບໍ່ໄດ້ລັດ ກໍຈະໄປຂໍນັບ 1 ໃໝ່ທີ່ເອກະຊົນລູກຍັງໄຫວ 6 ປີ.

ທີ່ຜ່ານມາຖືວ່າເປັນປະສົບການຊີວິດທີ່ສອນໃຫ້ເຮົາເຂັ້ມແຂງຂຶ້ນ,ເກັ່ງຂຶ້ນ,ຂໍຂອບໃຈທາງຜູ້ໃຫຍ່ທີ່ເຮັດໃຫ້ຂ້ອຍໄດ້ມີໂອກາດໄດ້ສິດສອນຢູ່ໂຮງຮຽນແຫ່ງນີ້,ຂໍຂອບໃຈເພື່ອນຮ່ວມງານດີໆທີ່ຄອຍຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈ,

ໄລຍະເວລາຜ່ານມາຂ້ອຍເອງໄດ້ຖ່າຍທອດວິຊາຄວາມຮູ້ຂອງຕົນເອງໃຫ້ນັກຮຽນແມ່ນເຕັມທີ່ແລ້ວແມ່ບໍ່ຕ້ອງເປັນຫ່ວງສູ້ບໍ່ໄຫວມື້ໃດລູກຈະຫອບເຄື່ອງກັບບ້ານຫາແມ່ເອງເດີ ເພື່ອຄອບຄົວ, ເພື່ອເຮືອນຫຼັງນ້ອຍໆຂອງເຮົາມັນຕ້ອງປະສົບຜົນສຳເລັດບໍ່ມື້ໃດກໍມື້1..

#ລາກ່ອນຄູອາສາ 2016-2022 ເກັບໄວ້ເປັນຄວາມຊົງຈຳ.