ເຈັບ 24 ເສຍຊີວິດ 5 ຄົນ ລົດທົວຕໍາທ້າຍລົດບັນທຸກ ທີ່ສະຫວັນນະເຂດ

ຄືນວັນທີ 31 ກໍລະກົດ 2022 ເວລາປະມານ 21:40 ນາທີ ເກີດອຸບັດຕິເຫດລົດເມທີ່ມີຜູ້ໂດຍສານຕ່າງຊາດ ຊຶ່ງເປັນທົວໄທເດີນທາງກັບຈາກຫວຽດນາມຜ່ານເສັ້ນທາງເລກທີ 9 ມຸ່ງສູ່ ແຂວງສະຫວັນນະເຂດ.

ກ່ອນຮອດຕົວເມືອງ 10 ກິໂລແມັດ ໄດ້ເກີດອູບັດຕິເຫດຕຳກັບລົດບັນທຸກ 10 ລໍ້ ຢູ່ບ້ານຫຼຽນໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ.

ຈາກຂໍ້ມູນເບື້ອງຕົ້ນລາຍງານວ່າ ມີຜູ້ໄດ້ຮັບບາດເຈັບ 24 ຄົນຖືກນຳສົ່ງໂຮງໝໍດົງເຫັນ ແລະ ມີຜູ້ເສຍຊີວິດ 5 ຄົນ ໃນນັ້ນມີຜູ້ເສຍຊີວິດທີ່ເປັນສັນຊາດໄທ 3 ຄົນ ແລະ ຜູ້ເສຍຊີວິດທີ່ເປັນສັນຊາດລາວ 2 ຄົນ (ໂຊເຟີ ແລະ ໄກນຳທ່ຽວ).

ທາງໜ່ວຍກູ້ໄພແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ປະສານງານຫາໜ່ວຍກູ້ໄພມຸກດາຫານ ແລະ ທຸກພາກສ່ວນເພື່ອນຳສົ່ງຜູ້ບາດເຈັບໄປໂຮງຫມໍ ມຸກດາຫານໄທ ມາໃຫ້ຄວາມຊ່ວຍເຫຼືອຜູ້ບາດເຈັບ ແລະ ນຳຜູ້ເສຍຊີວິດທີ່ເປັນສັນຊາດໄທກັບບ້ານ (ສຳເລັດພາລະກິດ 04:50 ນາທີ).

ຂໍສະແດງຄວາມເສົ້າສະຫຼົດໃຈກັບເຫດການສູນເສຍທີ່ເກີດຂຶ້ນ ແລະ ຂໍໃຫ້ທຸກໆທ່ານໂດຍສະເພາະໂຊເຟີລົດມີສະຕິໃນການຂັບຂີ່ຢ່າປະໝາດຢ່າຖືເບົາ ເພາະຫາກເກີດເຫດບໍ່ຄາດຄິດກໍ່ຈະມີແຕ່ຄວາມສູນເສຍເກີດຂຶ້ນ.

ພາບຈາກ : ກູ້ໄພ ສະຫວັນນະເຂດ

Related Posts

Leave a Reply

Your email address will not be published. Required fields are marked *