ຂ່າວເສົ້າ! ເວລາ 21: 42 ນາທີ ວັນທີ 31 ກໍລະກົດ 2022 ນີ້ ມີລາຍງານຈາກອາສາກູ້ໄພແຂວງສະຫວັນນະເຂດວ່າມີລົດທົວໄທ ທີ່ເດີນທາງຈາກຫວຽດນາມ (ເສັ້ນທາງເລກ9).

ມຸ່ງໜ້າສູ່ຕົວເມືອງຂອງແຂວງສະຫວັນນະເຂດ ເກີດອຸບັດເຫດ ຕຳກັບລົດບັນທຸກ ຢູ່ບ້ານຫລຽນໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ.

ເບື້ອງຕົ້ນມີຜູ້ບາດເຈັບ 24 ຄົນຖືກສົ່ງໂຮງໝໍດົງເຫັນ ແລະ ມີຜູ້ເສຍຊີວິດຄາທີ່ 5 ຄົນ.

ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດຄັ້ງນີ້ດ້ວຍ.
ຕຳກັນຢູ່ບ້ານຫລຽນໄຊ ເມືອງພິນ ແຂວງສະຫວັນນະເຂດ.

ລາຍງານ ເບື້ອງຕົ້ນ ເສຍຊີວິດຄາທີ່ 2 ຄົນ.
ຊົມຄຼິບ