ວັນທີ 25 ກໍລະກົດ 2022, ເຈົ້າໜ້າທີ່ ປກສ ເມືອງສັງທອງ ນະຄອນຫລວງວຽງຈັນ ພ້ອມພາກສ່ວນກ່ຽວຂ້ອງໄດ້ສືບຮູ້ ແລະ ເຂົ້າຈັບກຸມບຸກຄົນລັກລອບຕັ້ງໂຮງເລື່ອຍໄມ້ເຖື່ອນ ຢູ່ບ້ານກົ້ວ ເຂດ ຕີນພູພະນັງ ພ້ອມທັງຢືດອຸປະກອນເລືອຍໄມ້.

ເຈົ້າຫນ້າທີ່ ປກສ ເມືອງສັງທອງ ໃຫ້ຮູ້ວ່າ: ໂຮງເລື່ອຍດັ່ງກ່າວເປັນຂອງ ທ້າວ ພຸດທະສັນ ອາຍຸ 46 ປີ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ; ເຊິ່ງ ໃນຊ່ວງເດືອນ ເມສາ 2022 ຜູ້ກ່ຽວໄດ້ເຂົ້າມາທໍາການບຸກເບີກດິນຢູ່ເຂດບ້ານກົ້ວ ເມືອງສັງທອງ.

ໃກ້ກັບຕີນພູພະນັງ ເພື່ອເປັນສະຖານທີ່ຕັ້ງໂຮງເລື່ອຍໄມ້ ພາຍຫຼັງກະກຽມສະຖານທີ ່ສຳເລັດ ກໍ່ໄດ້ປຸກສາງໂຮງເລື່ອຍ ຂະໜາດກວ້າງ 6 ແມັດ ຍາວ 12 ແມັດ ຈໍານວນ 1 ຫຼັງ,

ປຸກແຄ້ມໃຫ້ກຳມະກອນນອນພັກ ເຊົາ ຈຳນວນ 2 ແຄ້ມ. ສຳລັບໄມ້ທີ່ນຳມາເລື້ອຍ ແມ່ນ ຊື້ນໍາປະຊາຊົນ ເຂດບ້ານນາພົງ ເມືອງຫີນເຫີບ ແຂວງວຽງຈັນ, ເຊິ່ງໄດ້ແປຮູບເປັນໄມ້ແປ້ນແບບ ແລະ ໄມ້ເສັ້ນ ຂະໜາດຕ່າງໆ ຕາມການສັ່ງຈອງຂອງລູກຄ້າ.
ເຈົ້າຫນ້າທີ່ໄດ້ກັກ ລົດ 6 ລໍ້ ຈຳນວນ 1 ຄັນ, ໄມ້ຈຳນວນ 13 ຕັບ (ປະເພດໄມ້ຕ້ອງ),
ຈັກປັ່ນໄຟຟ້າ ຈຳນວນ 01 ເຄື່ອງ, ຈັກຄູໂບຕ້າ ພ້ອມໂຕະເລື່ອຍໄມ້ ຈຳນວນ 01 ຊຸດ, ຊຸດລາງເລື່ອນເລື່ອຍວົງເດືອນຊອຍໄມ້ ຈຳນວນ 1 ຊຸດ ແລະ ປໍ້າລົມ ຈຳນວນ 1 ເຄື່ອງ.