ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ ລາຍງານວັນທີ 26 ກໍລະກົດ 2022 ນີ້ໃຫ້ຮູ້ວ່າ:

ບັນຍາກາດການທ່ອງທ່ຽວລາວເລີ່ມຄຶກຄື້ນຫຼາຍຂຶ້ນ ເນື່ອງຈາກປັດຈຸບັນນັກທ່ອງທ່ຽວຈາກປະເທດໄທ ໄດ້ເດີນທາງເຂົ້າມາທ່ຽວ ສປປ ລາວ ຫຼາຍຂຶ້ນ.

ໂດຍສະເພາະໃນໄລຍະເຂົ້າພັນສາ ເຊິ່ງເໝາະສົມກັບການທ່ອງທ່ຽວ ເຊິ່ງມີນັກທ່ອງທ່ຽວໄທ ເຂົ້າມາທ່ຽວລາວເພີ່ມຂຶ້ນເປັນ 40-50%. ຖືວາ່ເປັນທ່າອ່ຽງດີ.

ນັກທ່ອງທ່ຽວສ່ວນຫຼາຍມີເປົ້າໝາຍຈະໄປທ່ຽວປະຕູໄຊ, ພະທາດຫຼວງວຽງຈັນ ແລະ ອື່ນໆ,

ຈາກນັ້ນ ກໍຈະເດີນທາງດ້ວຍລົດໄຟໄປທ່ຽວແຂວງ ຫຼວງພະບາງ ອຸດົມໄຊ ໂດຍການຂີ່ລົດໄຟຂຶ້ນໄປທ່ຽວຫຼວງພະບາງ ສະເລ່ຍນັກທ່ອງທ່ຽວເດີນທາງຂີ່ລົດໄຟຂຶ້ນໄປພາກເໜືອຂອງລາວ ເຊິ່ງສະເລ່ຍແລ້ວມີນັກທ່ອງທ່ຽວໄທມື້ລະ 450-500 ຄົນ