💡 ຫຼາຍຄົນຄິດວ່າ ຢູ່ ສປປ ລາວ ບໍ່ມີແຜ່ນດິນໄຫວ ! ແຕ່ທ່ານຮູ້ບໍ່ວ່າ ໃນໄລຍະ3 ປີ ຜ່ານມາ ໄດ້ມີການເກີດແຜ່ນດິນໄຫວ ລວມທັງໝົດ 563 ຄັ້ງ ຢູ່ສປປ ລາວ.

, ໂດຍ ຄວາມແຮງຂອງການເກີດແຜ່ນດິນໄຫວ ວັດໄດ້ລະດັບສູງສຸດທີ່ 6,4 ເມັກນິຈູດ (Magnitude) ເກີດຂຶ້ນ ໃນປີ 2019 ຊຶ່ງມີຈຸດສູນກາງຢູ່ທີ່ ເມືອງໄຊສະຖານ ແຂວງໄຊຍະບູລີ !!!

ຂໍ້ມູນຈາກ ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຊີ້ໃຫ້ຮູ້ວ່າ ໃນລະຫວ່າງປີ 2019-2021, ທົ່ວ ສປປ ລາວ ມີການເກີດ ແຜ່ນດິນໄຫວລວມທັງໝົດ 563 ຄັ້ງ, ແຕ່ຄວາມຮຸນແຮງ ແລະ ຈຳນວນຄັ້ງມີທ່າອ່ຽງຫລຸດລົງ.

ໃນປີ 2019, ເກີດແຜ່ນດິນໄຫວສູງເຖິງ 290 ຄັ້ງ ແລະ ມີຄວາມແຮງສູງສຸດເຖິງ 6,4 ເມັກນິຈູດ (Magnitude) ຊຶ່ງມີຈຸດສູນກາງຢູ່ທີ່ ເມືອງໄຊສະຖານ ແຂວງໄຊຍະບູລີ.

ໃນປີ 2021, ເກີດແຜ່ນດິນໄຫວພຽງ ແຕ່ 154 ຄັ້ງ ແລະ ມີຄວາມແຮງສູງສຸດ ຢູ່ທີ່ 5,8 ເມັກນິຈູດ (Magnitude) ຊຶ່ງມີຈຸດສູນກາງຢູ່ທີ່ ເມືອງຍອດອູ ແຂວງຜົ້ງສາລີ. ສະຖິຕິນີ້ ຊີ້ໃຫ້ເຫັນວ່າທັງຈຳນວນຄັ້ງ ແລະ ຄວາມຮຸນແຮງ ລ້ວນແຕ່ຫຼຸດລົງເມື່ອທຽບໃສ່ປີ 2019.
ຈຳນວນຄັ້ງ ແລະ ຄວາມຮຸນແຮງຂອງແຜ່ນດິນໄຫວ ທີ່ເກີດຂຶ້ນໃນປີ 2020 ແມ່ນຕໍ່າທີ່ສຸດ ເມື່ອທຽບໃສ່ປີ 2019 ແລະ 2021 ດັ່ງສະຖິຕິ ຊີ້ໃຫ້ເຫັນວ່າ ປີ 2020 ເກີດມີແຜ່ນດິນໄຫວພຽງແຕ່ 119 ຄັ້ງ ແລະ ມີຄວາມແຮງສູງສຸດພຽງແຕ່ 5,6 ເມັກນິຈູດ (Magnitude) ຊຶ່ງມີຈຸດສູນກາງຢູ່ທີ່ ເມືອງໄຊສະຖານ ແຂວງໄຊຍະບູລີ.
ແຜ່ນດິນໄຫວເກີດຈາກການເຄື່ອນເໜັງຂອງເປື້ອກໂລກ ຊຶ່ງກໍ່ໃຫ້ເກີດແຮງສັ່ນສະເທື່ອນ ແລະ ອາດມີ 2 ສາເຫດເກີດ ຄື: ເກີດຈາກການກະທຳຂອງມະນຸດ ແລະ ປະກົດການທາງທະມະຊາດ.
ແຜ່ນດິນໄຫວທີ່ເກີດຈາກການກະທຳຂອງມະນຸດແມ່ນເກີດຂື້ນເມື່ອມີການທົດລອງໃຊ້ລະເບີດປະລຳມະນູ, ການກັກເກັບນໍ້າໃນເຂື່ອນເປັນຈຳນວນຫຼາຍເຮັດໃຫ້ນ້ຳໄຫຼລົງໄປໃນຊັ້ນໃຕ້ດິນ ແລະ ການຂຸດຄົ້ນແຮ່ທາດຕ່າງໆທີ່ຢູ່ໃຕ້ດິນ ຈຶ່ງເກີດມີການສັ່ນສະເທືອນຂອງດິນກາຍ ເປັນແຜ່ນດິນໄຫວ.
ແຜ່ນດິນໄຫວທີ່ເກີດຈາກທຳມະຊາດແມ່ນເວລາທີ່ເປືອກ ໂລກມີການແຍກໂຕອອກຈາກກັນ ຫຼື ເປືອກໂລກມີການ ຍັບເຂົ້າຫາກັນ, ດາວເຄາະ ຫຼື ອຸກາບາດຈາກນອກໂລກທີ່ມາກະທົບໃສ່ໜ່ວຍໂລກ, ພູເຂົາໄຟລະເບີດ ແລະ ດິນເຈື່ອນ ຈຶ່ງກໍ່ໃຫ້ເກີດມີການສັ່ນສະເທືອນຂອງດິນ ແລ້ວເກີດເປັນແຜ່ນດິນໄຫວ.