ບັນຍາຍລັກສະນະພືດສາດຜັກຕີນຮຸ້ງເປັນພືດລົ້ມລຸກ ອາຍຸຫຼາຍປີ ສູງ 20-50 ຊມ. ຮາກຂະຫຍາຍຕົວຢູ່ໃຕ້ດິນຮາກເຫົ້ງາແຕກແຫນງອອກເປັນຮາກນ້ອຍຫຼາຍໆຮາກ. ແຕ່ລະປີເກີດໝໍ່ຈາກຮາກເຫົ້ງາ ບໍ່ເກີນ 1 ໝໍ່. ໃບອອກເປັນວົງ ທີ່ບໍລິເວນທາງປາຍຍອດ, ສ່ວນຫຼາຍມີ 3 ໃບ ປົ່ງຈາກຈຸດດຽວກັນ,

ແຕ່ລະໃບແຍກອອກເປັນໃບຍ່ອຍ 2-5 ໃບ, ຂອບໃບເປັນແສກນ້ອຍໆ ແລະ ບາງອັນຍັງວໍ້າເຂົ້າເລີກເສັ້ນກ່າງໃບຂັ້ນໝື່ງມີຈໍານວນຫຼາຍ ແລະ ຂະຫນານກັນໄປທາງຂອບໃບ. ຊໍ່ດອກ ຫຼື ຊໍ່ຫມາກກົມ ເປັນຊໍ່ຮວງ ຕັ້ງ (spike) ຊໍ່ຍາວ 10-20 ຊມ. ອອກດອກ ເດືອນ 6-7 ໝາກແກ່ພາຍໃນເດືອນສີງຫາ.

ບັນຍາຍການນຳໃຊ້.
ຮາກຜັກຕີນຮຸ້ງ ເປັນຢາພື້ນເມື່ອງທີ່ໃຊ້ປິ່ນປົ່ວໂລກທ້ອງບິດ, ສໍາລັບຢູ່ປະເທດຈີນ ເພີ່ນນໍາໃຊ້ເປັນຢາເຢັນ ແລະ ເຮັດໃຫ້ຮ່າງກາຍແຂງແຮງ, ນອກຈາກນັ້ນ ຍັງໃຊ້ເປັນຢາປິ່ນປົວ ໄຂ້ຍູງອີກດ້ວຍ. ສ່ວນຍອດອ່ອນຂອງມັນ ກໍ່ໃຊ້ກິນເປັນອາຫານໄດ້.