WHO ປະກາດໃຫ້ ’’ຝີດາດລິງ’’ ເປັນພາວະສຸກເສີນ ດ້ານສາທາລະນະສຸກ ລະຫວ່າງປະເທດ

Tedros Adhanom Ghebreyesus, ຜູ້ ອຳນວຍການໃຫຍ່ອົງການອະນາໄມໂລກ ໄດ້ໃຫ້ຮູ້ວ່າ: ສະຖານະການທີ່ພະຍາດດັ່ງກ່າວແຜ່ລາມໄປທົ່ວໂລກຢ່າງໄວວາ ແລະ ດ້ວຍການລະບາດໃຫມ່ນີ້ ເຮັດໃຫ້ຍັງມີຄວາມເຂົ້າໃຈພະຍາດດັ່ງກ່າວຫນ້ອຍ ເຊິ່ງປັດໃຈນີ້ທີ່ເຮັດໃຫ້ WHO ປະກາດໃຫ້ພະຍາດ “ຝີດາດລິງ” ເປັນພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ.

WHO ເຕືອນປະເທດທີ່ມີກໍລະນີທີ່ຖືກຢືນຢັນວ່າະບພະຍາດດັ່ງກ່າວ ຄວນ​ມີ​ມາດ​ຕະການ​ປ້ອງ​ກັນ​ການ​ແຜ່​ລະບາດ ​ແລະ ປ້ອງ​ກັນ​ພະຍາດ​ຢ່າງ​ລະອຽດ.

ໃຫ້ເພີ່ມ​ທະວີ​ການ​ເຝົ້າ​ລະວັງ ​ແລະ ມາດ​ຕະການ​ສາທາລະນະ​ສຸກ ລວມທັງການຄຸ້ມຄອງຢ່າງເຂັ້ມງວດ ຄວນມີການຄົ້ນຄວ້າກ່ຽວກັບການນໍາໃຊ້ຢາວັກຊີນໃນການປິ່ນປົວ.

ການປະກາດພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດນີ້ຈະເຮັດໃຫ້ອົງການອະນາໄມໂລກສາມາດລະດົມທຶນໄດ້ຫຼາຍຂຶ້ນເພື່ອຮັບມືກັບພະຍາດຝີດາດລິງ ແລະ​ ພາ​ໃຫ້​ມີ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ປິ່ນ​ປົວ​ແບ່ງປັນວັກຊີນ ພ້ອມ​ທັງ​ອອກ​ມາດ​ຕະການ​ດ້ານ​ການ​ຄ້າ ​ແລະ ການ​ເດີນທາງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ກວດກາ​ຜູ້​ຕິດ​ເຊື້ອ​ຢູ່​ສະໜາມ​ບິນ.

ອ່ານເພີ່ມເຕີມ:https://reut.rs/3on3ZbE

Related Posts

Leave a Reply

Your email address will not be published. Required fields are marked *