ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ສະພາບອາກາດທົ່ວໄປ ປະຈຳວັນທີ 25 ກໍລະກົດ 2022,
ເວລາ 06 ໂມງ 00 ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງອ່ອນ, ຊຶ່ງຍັງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນແຕ່ລະພາກ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນພຽງເລັກນ້ອຍ.
ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 25/07/2022 ຫາ ເວລາ 07 ໂມງ ຂອງວັນທີ 26/07/2022. ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຮ້ອນ ແລະ ຈະມີຝົນຝົນຕົກຟ້າຮ້ອງຟ້າເຫຼື້ອມ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 20 – 31 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດຮ້ອນ ແລະ ຈະມີຝົນຝົນຕົກຟ້າຮ້ອງ ຟ້າເຫຼື້ອມ 30 % ຂອງພາກ, ອຸນຫະພູມໃນລະຫວ່າງ 23 – 35 ອົງສາ.
ນະຄອນຫຼວງວຽງຈັນ ອາກາດຮ້ອນ ແລະ ມີຝົນຝົນຕົກຟ້າຮ້ອງຟ້າເຫຼື້ອມ 20 % ຊຶ່ງຈະຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 25 – 34 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ) ອາກາດຮ້ອນ ແລະ ມີຝົນຝົນຕົກຟ້າຮ້ອງຟ້າເຫຼື້ອມ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 24 – 34 ອົງສາ.
ແຂວງໄຊສົມບູນ: ຈະມີຝົນຝົນຕົກຟ້າຮ້ອງຟ້າເຫຼື້ອມ 20 % ຊຶ່ງຈະຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະ ພູມໃນລະຫວ່າງ 16 –28 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ອາກາດຮ້ອນ ແລະ ມີຝົນຝົນຕົກຟ້າຮ້ອງຟ້າເຫຼື້ອມ 30 % ຂອງພາກ. ອຸນຫະພູມໃນລະຫວ່າງ 25 – 34 ອົງສາ.
ສຳລັບເຂດພູພຽງບໍລະເວນ: ຈະມີຝົນຝົນຕົກຟ້າຮ້ອງຟ້າເຫຼື້ອມ 20 % ຊຶ່ງຈະຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 15 – 28 ອົງສາ.