ຂ່າວດີ!ແຈ້ງປັບຂຶ້ນຄ່າແຮງຂັ້ນຕໍ່າສຸດ ສໍາລັບແຮງງານ ຢູ່ ສປປລາວ

ຂ່າວດີ!ແຈ້ງປັບຂຶ້ນຄ່າແຮງຂັ້ນຕໍ່າສຸດ ສໍາລັບແຮງງານ ຢູ່ ສປປລາວ ເລີ່ມ ສິງຫານີ້!

ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານຄະນະກໍາມະການແຮງງານແຫ່ງຊາດ ອອກແຈ້ງການປັບປຸງຄ່າແຮງຂັ້ນຕໍ່າສຸດ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ໃຫ້ປະຕິບັດ ດັ່ງນີ້:

1. ຄັ້ງທີ I ປັບຂຶ້ນຈາກ 1.100.000 ກີບ ມາເປັນ 1.200.000 ກີບ ຕໍ່ຄົນ/ເດືອນ ຫຼື ເທົ່າກັບ 46.1 54 ກີບ ຕໍ່ຄົນ/ວັນ ຫຼື ເທົ່າກັບ 5,769 ກີບ ຕໍ່ຄົນ/ຊົ່ວໂມງ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ສິງຫາ 2022 ຫາ 30 ເມສາ 2023.

2. ຄັ້ງທີ 2 ປັບຂຶ້ນຈາກ 1.200.000 ກີບ ມາເປັນ 1.300.000 ກີບ ຕໍ່ຄົນ/ເດືອນ ຫຼື ເທົ່າກັບ 50.000 ກີບ ຕໍ່ຄົນຕໍ່ວັນ ຫຼື ເທົ່າກັບ 6.250 ກີບ ຕໍ່ຄົນຕໍ່ຊົ່ວໂມງ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ພຶດສະພາ 2023 ເປັນຕົ້ນໄປ.

2. ໃຫ້ສະຫະພັນກຳມະບານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊຸກຍູ້ຜູ້ອອກແຮງງານ ຫຼື ຜູ້ຕາງໜ້າ ເຈລະຈາຕໍ່ລອງ ການເຮັດສັນຍາແຮງງານບຸກຄົນ ຫຼື ລວມໝູ່, ຄ່າແຮງງານ, ນະໂຍບາຍ ແລະ ສະຫວັດດີການອື່ນໆ ທີ່ຕິດພັນ.

3/. ໃຫ້ຫົວໜ່ວຍແຮງງານ ປະຕິບັດການຈ່າຍຄ່າແຮງງານຂັ້ນຕໍ່າສຸດ ໃຫ້ສະເພາະຜູ້ທີ່ນອນໃນເງື່ອນໄຂ ເທົ່ານັ້ນ. ສໍາລັບ ຜູ້ອອກແຮງງານທີ່ມີປະສົບການ, ມີວິຊາຊີບ, ມີວິຊາສະເພາະ ແມ່ນຕ້ອງຈ່າຍຄ່າແຮງງານ.

ສູງກວ່າຄ່າແຮງງານຂັ້ນຕໍ່າສຸດ ແລະ ໃຫ້ນຳເອົາຜູ້ອອກແຮງງານຂອງຕົນ ໄປຈົດເຂົ້າໃນລະບົບປະກັນສັງຄົມ ຕາມກົດໝາຍ, ພ້ອມທັງ ອອກລະບຽບການ ກ່ຽວກັບ ການຈັດລະບົບຄ່າແຮງງານຂັ້ນຕໍ່າ ແລະ ອື່ນໆ.

ພ້ອມນັ້ນ, ຜູ້ອອກແຮງງານທຸກຄົນ ຕ້ອງໄດ້ຮັບການກວດສຸຂະພາບປະຈຳປີ ຕາມກົດໝາຍກໍານົດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມ ເນື້ອໃນແຈ້ງການສະບັບນີ້ດ້ວ.

Related Posts

Leave a Reply

Your email address will not be published. Required fields are marked *