ແຊໄວ້ເລີຍ..!! ສູດວິທີ ໄລ່ແມງວັນໃຫ້ໝົດໄປຈາກເຮືອນ ຂັ້ນຕອນການເຮັດງ່າຍໆ ບໍ່ເປືອງເງິນ

ສູດ​ໄລ່​ແມງວັນ: ແມງ​ວັນ ນອກ​ຈາກ​ຈະ​ສ້າງ​ຄວາມລຳ​ຄານ​ຕາມ​ຮ້ານ​ອາຫານ; ບ້ານ ຫລື ​ແຫຼ່ງ​ຊຸມ​ຊົນ​ແລ້ວ ຍັງ​ຖື​ເປັນ​ພາ​ຫະ​ຂອງ​ພະຍາດ​ຕ່າງ​ໆ ໂດຍ​ສະເພາະ​ພະຍາດ​ຕິດ​ຕໍ່​ທາງເດີນ​ອາຫານ ຊຶ່ງ​ສົ່ງ​ຜົນ​ຕໍ່​ສຸກຂະພາບ​ແລະ​ການ​ໃຊ້​ຊີວິດ​ຂອງ​ມະນຸດ​ເປັນ​ອັນ​ດັບ​ຕົ້ນ​ໆ.

ເວັບ​ໄຊ​ Bit Core Tech ເຜີຍແຜ່​ວິທີ​ການ​ກຳຈັດ​ແມງ​ວັນ​ງ່າຍໆ ດ້ວຍ​ສ​ະມຸນ​ໄພ​ໃນ​ຄົວ ຊຶ່ງ​ເປັນ​ວິທີ​ທີ່​ບໍ່​ຕ້ອງ​ລົງ​ທຶນ​ຊື້​ອຸປະກອນ​ຫຍັງ​ຫລວງ​ຫລາຍ ທີ່​ສຳຄັນ​ບໍ່​ກໍ່​ໃຫ້​ເກີດ​ອັນຕະລາຍ​ຕໍ່​ສຸຂະພາບ​ຂອງ​ມະນຸດ​ອີກ​ດ້ວຍ!

ວິທີ​ທີ່ 1: ໃຊ້ ນ້ຳ​ຢາ​ລ້າງ​ຈານ ປະສົມ ​ກັບ ນ້ຳ​ເປົ່າຫລືນໍ້າໃສເປັນ​ການ​ນຳ​ຂອງ​ໃຊ້​ປະຈຳ​ວັນ​ໃນ​ບ້ານ​ມາ​ໃຊ້ ໂດຍ​ທີ່​ເຮົາ​ບໍ່​ຕ້ອງ​ເສຍ​ເງີນ​ເພີ່ມ ພຽງ​ປະສົມ​ນ້ຳ​ຢາ​ລ້າງ​ຈານ​ກັບ​ນ້ຳ​ເປົ່າ ໃນ​ອັດຕາ​ສ່ວນ 1 ຕໍ່ 1 ແລ້ວ​ນຳ​ສ່ວນ​ປະສົມ​ທີ່​ໄດ້​ໄປ​ໃສ່​ໃນ​ກະ​ບອກ​ສີດ​ນ້ຳ ແລ້ວເອົາໄປ​ສີດ​ໃສ່​ບໍລິເວນ​ທີ່​ແມງ​ວັນມັກ​ມາ​ຕອມ​ເຊັ່ນ: ທີ່​ຖິ້ມ​ຂີ້ເຫຍື້ອ​ໜ້າ​ບ້ານ ​ຈະ​ເຮັດໃຫ້​ແມງ​ວັນ​ຫາຍ​ໃຈ​ບໍ່​ອອກ ແລະ​ຕາຍ​ໄປ​ໃນ​ທີ່ສຸດ.

ວິທີ​ທີ່ 2: ນ້ຳ​ສົ້ມ​ສາຍ​ຊູນ້ຳ​ສົ້ມ​ສາຍ​ຊູ ເປັນ​ອີກ​ໜຶ່ງ​ຂອງ​ໃຊ້​ທີ່​ມີ​ຕິດ​ຄົວ ໂດຍ​ນຳ​ນ້ຳ​ສົ້ມ​ສາຍ​ຊູ ປະສົມ​ກັບ​ນ້ຳ​ເປົ່າຫລືນໍ້າໃສ ແລ້ວ​ຄົນ​ໃຫ້​ເຂົ້າ​ກັນ ໃນ​ອັດຕາ​ສ່ວນ 1 ຕໍ່ 1 ຈາກ​ນັ້ນ​ກໍ​ນຳ​ໄປ​ພົ່ນ ຫລື​ໃຊ້​ຜ້າ​ຊຸບ ແລ້ວ​ເອົາ​ໄປ​ທາ​ບໍລິເວນ​ມຸ້ງ​ລວດ ແລະ​ຈຸດ​ທີ່​ແມງ​ມື້​ມັກ​ມາ​ຕອມ ກລິ່ນ​ສຸນ​ໆ ຂອງ​ນ້ຳ​ສົ້ມ​ສາຍ​ຊູ ຈະ​ເຮັດໃຫ້​ແມງ​ມື້​ບິນ​ໜີ​ໄປ​ທີ່​ອື່ນນ້ຳ​ສົ້ມ​ສາຍ​ຊູ.

ວິທີ​ທີ່ 4: ຜັກ​ກິ່ນເຫື່ອ​ທັງຫມົດ​ມິດໃຊ້​ຜັກ​ພື້ນ​ບ້ານ ທີ່​ໃຜ​ໆກໍ​ຕ້ອງ​ມີ​ຕິດ​ຄົວ​ໄວ້ ຢ່າງກະ​ທຽມ ຫອມ​ໃຫຍ່ ຫອມ​ແດງ ຕົ້ນ​ຫອມ ນຳ​ມາ​ຫັ່ນ​ທັງຫມົດ​ເຂົ້າກັນ​ໃຫ້​ມີກ​ກິ່ນ​ເຫື່ອ​ອອກ​ມາ ຈາກ​ນັ້ນ​ກໍ​ນຳ​ໄປ​ວາງ​ໄວ້​ແຖວມີ​ຂີ້ເຫຍື້ອ ຫລື​ແຫຼ່ງ​ທີ່​ແມງ​ວັນມັກ​ມາ​ຢູ່ ແມງ​ວັນ​ຈະ​ຮູ້ສຶກ​ເໝັນ ແລະ​ທົນ​ກລິ່ນເຫື່ອ ຈາກ​ຜັກ​ທັງຫມົດ​ທີ່ລວມກັນ​ທີ່​ວາງ​ໄວ້​ບໍ່​ໄດ້ ຈຶ່ງ​ບິນ​ໜີ​ໄປ​ໃນ​ທີ່ສຸດ.

Related Posts

Leave a Reply

Your email address will not be published. Required fields are marked *