ຮີບໄປສະໝັກດ່ວນ..!! ບໍລິສັດ ບໍ່ຄໍາ ຄໍາເກີດ-ແສນອຸດົມ ຈໍາກັດ ຕ້ອງການພະນັກງານຈຳນວນຫຼາຍ ຟຮີທີ່ພັກ – ຟຣີອາຫານ

ຮັບສະໝັກເພື່ອນຮ່ວມງານ ຈໍານວນຫລາຍເລກທີ 23/2022ກຸ່ມບໍລິສັດ ພອນສັກ ຈຳກັດ ເປັນບໍລິສັດໃຫ່ຍໜຶ່ງທີ່ນອນຢູ່ໃນແຖວໜ້າຂອງ ສ.ປ.ປ.ລາວ ແລະ ມີເຈົ້າຂອງເປັນຄົນລາວ. ບໍລິສັດມີຈຳນວນພະນັກງານຫຼາຍກວ່າ 100 ຄົນ ປະຈໍາສໍານັກງານໃຫ່ຍ ແລະ ພະນັກງານຫຼາຍກວ່າ 650 ຄົນ ປະຈໍາພາກສະໜາມ ໃນນັ້ນລວມທັງຜູ້ຮັບເໝົາ.ປະຈຸບັນ ເປັນໂອກາດອັນດີທີ່ທ່ານຈະຮ່ວມວຽກກັບ ກຸ່ມບໍລິສັດ ພອນສັກ ຈຳກັດ. ພວກເຮົາມີຫຼາຍໂຄງການທີ່ກຳລັງຕ້ອງການເພື່ອນຮ່ວມງານຈຳນວນຫຼາຍ, ເພື່ອກ້າວໄປສູ່ການຮ່ວມມື ແລະ ຄວາມຄິດສ້າງສັນ. ພວກເຮົາກໍາລັງຊອກຫາຕໍາແໜ່ງດັ່ງຕໍ່ໄປນີ້:

ປະກາດຮັບພະນັກງານສຳລັບບໍ່ຄໍາ:ປະຈໍາ ບໍລິສັດ ບໍ່ຄໍາ ຄໍາເກີດ-ແສນອຸດົມ ຈໍາກັດ (ເມືອງ ຄໍາເກີດ, ແຂວງ ບໍລິຄໍາໄຊ)ຜຽນເຮັດວຽກ: ເຮັດວຽກ 30 ວັນ, ພັກວຽກ 6 ວັນ, 8.5 ຊົ່ວໂມງ/ວັນ1.ຊ່າງສ້ອມແປງກົນຈັກໜັກຂັ້ນອາວຸໂສ (Senior HE Mechanic)2.ຊ່າງສ້ອມແປງກົນຈັກໜັກ (Mechanic)3.ພະນັກງານບໍຫ້ອງທົດລອງ (Admin Officer).

4.ຜູ້ຄວບຄຸມເຄື່ອງຈັກໂຮງງານ (Operator)5.ວິຊາການປະສົມແຮ່ທາດ (Metallurgist technician)6.ພະນັກງານເບີກ-ຈ່າຍເຄື່ອງ (Storeman).

ພວກເຮົາສະເໜີເງິນເດືອນ ແລະ ຜົນປະໂຫຍດສົມເຫດສົມຜົນ, ມີກອງທຶນປະກັນສັງຄົມ, ມີທີ່ພັກອາໃສ, ຫ້ອງປະຖົມພະຍາບານ,ລົດຮັບສົ່ງຕາມເສັ້ນທາງທີ່ບໍລິສັດກໍານົດໄວ້,ລ້ຽງອາຫານ 3 ຄາບ ແລະ ອື່ນໆ.ພວກເຮົາຍິນດີໃຫ້ຜູ້ສະໝັກສົ່ງ ຊີວະປະຫວັດ ພ້ອມທັງລະບູຕຳແໜ່ງທີ່ສະໝັກໃສ່ຫົວຂໍ້, ເງິນເດືອນປັດຈຸບັນ ແລະ ເງິນເດືອນຄາດຫວັງ ສົ່ງໄປທີ່ ພະແນກບຸກຄະລາກອນ ຕາມທີ່ຢູ່ຂ້າງລຸ່ມນີ້:

ກຸ່ມບໍລິສັດ ພອນສັກ ຈຳກັດ ຕັ້ງຢູ ໜ່ວຍ 15 ຖະໜົນ ສີທອງ, ບ້ານ ປາກທ້າງ, ເມືອງ ສີໂຄດຕະບອງ, ຕູ້ ປ.ນ. 1808, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ  ບໍລິສັດ ບໍ່ຄໍາ-ຄໍາເກີດແສນອຸດົມຈໍາກັດ, ເບີໂທ 020 22222764ສໍານັກງານໃຫ່ຍໂທ: (856-21) 550497, 020 28026451.ອີເມລ: careers@phonesackgroup.com ; kso.hr@phonesackgroup.com ເວັບໄຊ: www.phonesackgroup.com; ເຟກບຸກເພກ: Careers at phonesackgroup

Related Posts

Leave a Reply

Your email address will not be published. Required fields are marked *