ນາຍົກລັດຖະມົນຕີ ອີຕາລີ ລາອອກຈາກຕຳແໜ່ງ ​ບໍ່​​ໄດ້​ຮັບ​ ການ​ສະໜັບ ສະໜູນ ຈາກ​ສະມາຊິກ​ພັກ ​

ຢາບ້າຈຳນວນຫລາຍເມັດ, ອາວຸດປຶນ 2 ກະບອກ, ມີດຂັດເຕີ1 ອັນ,​ ເງິນບາດ1ມັດ, ເງິນກີບ1ມັດ, ສາຍຄໍຄຳ1 ເສັ້ນ, ປະຫລັກແຂນຄຳ1ເສັ້ນ.ສ່ວນລາຍລະອຽດເພີ່ມຕື່ມເຈົ້າໜ້າທີ່ກຳລັງນຳຜູ້ໄປສືບສວນສອບສວນ

ລັດຖະບານ ​ປະສົມ.ພັນທະບັດ ​ແລະ ຫຸ້ນ ຂອງອີ​ຕາ​ລີ ຫລຸດ​ລົງ​ຢ່າງ​ໜັກ ໃນ​ວັນ​ທີ 21 ​ກໍລະກົດ​ນີ້ ຫລັງ​ຈາກ ທ່ານ ມາຣີ​ໂອ ດຣາກີ (Mario Draghi),

ນາຍົກລັດຖະມົນຕີ ອີ​ຕາ​ລີ ລາ​ອອກ​ຈາກ​ຕຳ​ແໜ່​ງ ​ເນື່ອງ​ຈາກ​ບໍ່​​ໄດ້​ຮັບ​ການ​ສະໜັບສະໜູນ ຈາກ​ສະມາຊິກ​ພັກ ​ລັດຖະບານ ປະສົມ ​ໃນ​ການລົງມະຕິບໍ່​ໄວ້​ວາງ​ໃຈສົ່ງ​ຜົນ​ໃຫ້​ ນັກ​ລົງທຶນ.

​ແຫ່​ກັນເທ​ຂາຍພັນທະບັດ ລັດຖະບານອີ​ຕາ​ລີ ​ເຮັດ​ໃຫ້​ອັດຕາຜົນຕອບ​ແທນພັນທະບັດລັດຖະບານ ສັນຍາ 10ປີ ຂອງ​ອີ​ຕາ​ລີ ປັບ​ຕົວ​ຂຶ້ນ 0,14 ສູ່​ລະດັບ3,51%.

ສຳລັບ​ ການ​ລາ​ອອກ ​ຈາກ​ຕຳ​ແໜ່​ງ ຄັ້ງນີ້ ຈະ​ກ້າວ​ໄປ​ສູ່ ການ​ເລືອກ​ຕັ້ງ ກ່ອນ​ກຳນົດ ​ໃນ​ເດືອນ​ ຕຸລາ​ປີ​ນີ້ ​ເພື່ອ​ຈັດຕັ້ງ ລັດຖະບານ​ ຊຸດ​ໃໝ່ ສືບ​ຕໍ່ ​ບໍລິຫານ ​ປະ​ເທດ ​ຕໍ່​ໄປ ​ໃນ​ທ່າມກາງ ​ວິ​ກິດ​ການ ​ຂອງ​ໂລກ.

ຂໍ້ມູນ: ຂປລ

Related Posts

Leave a Reply

Your email address will not be published. Required fields are marked *