ເຟສບຸກເພຈ Southeast Asia Stats ເປີດເຜີຍ ຜົນການສໍາຫຼວດຂອງ ‘Gallup Global Emotions Report’ ໃນຫົວຂໍ້ “ປະເທດໃນອາຊຽນ ທີ່ຍິ້ມແຍ້ມ ໃຫ້ຄົນຫຼາຍທີ່ສຸດ”
ຜົນປະກົດວ່າ ລາວ ຕິດອັນດັບ 3 ປະເທດທີ່ ຍິ້ມໃຫ້ຄົນອື່ນຫລາຍທີ່ສຸດໃນ ອາຊຽນ!!
ຈາກການສຳຫລວດປະຊາກອນ 1000 ຄົນ ທີ່ມີອາຍຸ 15 ປີຂຶ້ນໄປ ໃນ 100 ປະເທດ ທົ່ວໂລກ ລະຫວ່າງປີ 2021-2022
ໄດ້ຜົນສໍາຫຼວດອອກມາແມ່ນ:
ປະເທດໃນອາຊຽນ ທີ່ເປັນມິດ ແລະ ແຈກຢາຍຮອຍຍິ້ມ ໃຫ້ຜູ້ຄົນຫຼາຍທີ່ສຸດ ແມ່ນ ປະເທດ ອິນໂດເນເຊຍ 🇮🇩 , ຮອງລົງມາແມ່ນ ປະເທດ ກໍາປູເຈຍ 🇰🇭 ແລະ ປະເທດ ລາວ 🇱🇦 ຕາມລໍາດັບ, ສ່ວນປະເທດ ທີ່ອໍາດັບສຸດທ້າຍ
ໃນອາຊຽນ ແມ່ນປະເທດໄທ 🇹🇭.
1 ອິນໂດເນເຊຍ 90%
2 ກຳປູເຈຍ 89%
3 ລາວ 88%
4 ຫວຽດນາມ 82%
5 ຟິລິປິນ 81%
5 ມາເລເຊຍ 81%
7 ມຽນມາ 77%
8 ສິງກະໂປ 76%
9 ໄທ 72 %
ທີ່ມາ : Southeast asia stats