ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ພົບ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 19 ປີ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ.
ຮອບຊີງຊະນະເລີດ ວັນສຸກ 15/07/2022 ເວລາ 20:00 ໂມງ, ທີມຊາດລາວ ພົບ ທີມຊາດມາເລເຊຍ ..ຈົບເວລາທີມຊາດ ລາວ 0-2 ທີມຊາດ ມາເລເຊຍ.
15/07/2022 ເວລາ 20:00
ຜົນການແຂ່ງຂັນຂອງທິມຊາດລາວຊາຍ(U19ແມ່ນຊະນະລວດທັງ 5 ນັດຄື:
– ທີມຊາດລາວຊະນະທີມຊາດຕີມໍເລສເຕ 2-0,
– ທີມຊາດລາວຊະນະທີມຊາດກຳປູເຈຍ 2-1,
– ທີມຊາດລາວຊະນະທີມຊາດມາເລເຊຍ 1-0.
– ທີມຊາດລາວຊະນະທີມຊາດສິງກະໂປ 3-1,
– ໃນຮອບຮອງຊະນະເລີດທີມຊາດລາວຊະນະທີມຊາດໄທ 2-0.
ລາວພົບມາເລເຊຍໃນຮອບຊິງຊະນະເລີດກິລາບານເຕະຊາຍອາຊຽນຫຼາຍພາກສວ່ນໃຫ້ການອຸປະຖໍາ
ເລີ່ມແຕ່ເວລາ 20:00 ໂມງເປັນຕົ້ນໄປຂອງວັນທີ15 ກໍລະກົດ 2022, ທີມຊາດລາວຊາຍ(U19)ອາຍຸບໍ່ເກີນ 19 ປີຈະພົບກັບທິມຊາດມາເລເຊຍ(U19) ທີ່ສະໜາມກິລາປະເທດອິນໂດເນເຊຍ.
ການແຂ່ງຂັນຊິງຊະນະເລີດຄັ້ງປະຫວັດສາດນີ້ ໄດ້ກາຍເປັນຄວາມພາກພູມໃນຂອງຄົນລາວທົ່ວທັງປະເທດ, ນັບທັງຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດ. ຄະນະສະຫະພັນບານເຕະແຫ່ງຊາດລາວລາຍງານໃຫ້ຮູ້ວ່າ:

ເພື່ອເປັນກຳລັງໃຈໃຫ້ກັບຄະນະຄູຝຶກ ແລະ ນັກກິລາ ທີ່ສາມາດຜ່ານເຂົ້າສູ່ຮອບຊີງຊະນະເລີດ ການແຂ່ງຂັນບານເຕະຊີງແຊ້ມອາຊຽນU19, ຫຼາຍພາກສວ່ນໄດ້ໃຫ້ການອຸປະຖໍາ,ໃນນັ້ນ,
ທ່ານ ຄຳໄພ່ ປຣະເສີດ ຫົວຫນ້າຄະນະທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ທັງເປັນຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມອບເງິນສະຫນັບສະໜູນ 50 ລ້ານກີບ, ທ່ານ ປະສາດໄຊ ພິລາພັນເດດ ຮອງຫົວໜ້າຄະນະທັງເປັນຮອງປະທານສະຫະພັນບານເຕະແຫ່ງຊາດລາວມອບເງິນ100ລ້ານກີບ.

ທະນາຄານ ພັດທະນາລາວມອບເງິນ 280 ລ້ານກີບໃຫ້ແກ່ຄະນະນັກກິລາ ແລະ ຄະນະຄູຝຶກ ທີມຊາດລາວ ທີ່ຜ່ານເຂົ້າຮອບຊິງຊະນະເລີດແລະ ພ້ອມມອບໃຫ້ຕື່ມ ເປັນເງິນລວມທັງໝົດ 606 ລ້ານກີບ.
ຖ້າຫາກສາມາດຄວ້າແຊັມມາໄດ້.ສະເພາະບໍລິສັດ ເບຍລາວ ຈຳກັດສະຫນັບສະໜູນຫລັກການຖ່າຍທອດສົດການແຂ່ງຂັນຜ່ານໂທລະພາບລາວສຕາ.ນອກນັ້ນຍັງມີຫຼາຍພາກສວ່ນແລະບຸກຄົນສືບຕໍ່ໃຫ້ການສະໜັບສະໜູນໃຫ້ແກ່ກິລາລາວໃນຄັ້ງນີ້.
ເບີ່ງຖ່າຍສົດ ຍ້ອນຫລັງ.