ດ່ວນໆໄຟໄໝ້ສາງເກັບອຸປະກອນໄຟຟ້າ

ໄຟໄໝ້ສາງເກັບອຸປະກອນໄຟຟ້າ.

ໃນເວລາ 00:20 ໂມງ ຂອງວັນທີ 5 ກໍລະກົດ 2022 ໄຟໄໝ້ສາງເກັບເຄື່ອງຂອງບໍລິສັດ ເຄີເຊີ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເສຍຫາຍ 2 ຫ້ອງ ເຮັດເຄື່ອງອຸປະກອນໄຟຟ້າ ແມ່ນຖືກໄໝ້ເສຍຫາຍໝົດ; ສໍາລັບຄວາມເສຍຫາຍຢູ່ໃນຂັ້ນຕອນປະເມີນຜົນ.

ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ ໃຫ້ຂໍ້ມູນວ່າ: ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ ກໍໄດ້ນໍາລົດດັບເພິງຈໍານວນ 4 ຄັນ ພ້ອມກໍາລັງພົນ 20 ສະຫາຍ ເຂົ້າໃນການດັບມອດ ໃຊ້ເວລາປະມານ 5 ຊົ່ວໂມງ ຈິ່ງສາມາດຄອບຄຸມໄຟໄວ້ໄດ້; ພາຍຫຼັງຄວບຄຸມໄຟໄວ້ໄດ້ ເຈົ້າໜ້າທີ່ຈິ່ງເຂົ້າກວດກາ ພົບເຫັນ 2 ຫ້ອງຄື: ຫ້ອງ B12 ເຈົ້າຂອງຫ້ອງ ຊື່ ທ້າວ ລີເຊິງຫຼຽງ ອາຍຸ 51 ປີ ແລະ ຫ້ອງ B13 ເຈົ້່າຂອງຫ້ອງ ຊື່ທ້າວ ລຸຍຊົງ ອາຍຸ 42 ປີ ທັງສອງຄ້າຂາຍສັນຊາດຈີນ ພັກເຊົາຢູ່ບ້ານປາກທ້າງ ທັງສອງຫ້ອງອາຄານຊັ້ນດຽວ ກໍ່ດ້ວຍຊີມັງ, ມຸງດ້ວຍອາລູຊິງ ກວ້າງ 8X35 ຊັງຕີແມັດ.

ໄຟໄໝ້ຄັ້ງນີ້ ເຮັດໃຫ້ເຄື່ອງທີ່ເກັບມ້ຽນໃນສ້າງ ປະເພດ ເຄື່ອງໃຊ້ໄຟຟ້າ ແລະ ຫຼອດໄຟຊະນິດຕ່າງໆ ຖືກໄຟໄໝ້ເສຍຫາຍໝົດ, ອາຄານສາມາດສ້ອມແປງໄດ້; ສໍາລັບມູນຄ່າຄວາມເສຍຫາຍຍັງຢູ່ໃນຂັ້ນຕອນປະເມີນຜົນ. ສ່ວນຫາເຫດຢູ່ໃນລະຫວ່າງສືບສວນ-ສອບສວນຂອງເຈົ້າໜ້າທີ່.

ຊົມຄລິບ.

Related Posts

Leave a Reply

Your email address will not be published. Required fields are marked *