ຟຟລ ສາຂາໄຟຟ້ານະຄອນຫລວງ 2 ສະຫລຸບຜົນງານກວດກາລູກຄ້າດັດແປງຫມໍ້ນັບໄຟ ແລະ ເກັບກູ້ຫນີ້ສິນຮ່ວມກັບ 3 ແຂວງ
ໃນຕອນເຊົ້າ ວັນທີ່ 30 ມິຖູນາ 2022 ທີ່ຜ່ານມາ ຟຟລ ສາຂາໄຟຟ້ານະຄອນຫລວງ2 ໄດ້ມີພິທີເປີດກອງປະຊຸມສະຫລຸບຜົນການປະຕິບັດວຽກກວດກາລູກຄ້າດັດແປງຫມໍ້ນັບໄຟ ແລະ ເກັບກູ້ຫນີ້ສິນ ຮ່ວມກັບ 3 ແຂວງຄື:
ສາຂາແຂວງຈຳປາສັກ, ສາຂາແຂວງບໍລິຄຳໄຊ ແລະ ສາຂາແຂວງຫລວງພະບາງ ລະຫວ່າງ ວັນທີ່ 4 ເມສາ 2022 – 30 ມິຖຸນາ 2022 ໃຫ້ກຽດເປັນປະທານ ໂດຍ ທ່ານ ເພັດສະຫມອນ ວັນທາ ວ່າການຫົວຫນ້າສາຂາໄຟຟ້ານະຄອນຫລວງ2 ກອງປະຊຸມໄດ້ລາຍງານການຈັດຕັ້ງປະຕິບັດດັ່ງນີ້:

1. ວຽກກວດກາລູກຄ້າດັດແປງຫມໍ້ນັບໄຟ ພາກ 22kV ລົງກວດກາ 461 ລູກຄ້າ ແລະ ຫມໍ້ນັບໄຟ ພາກ 380V ລົງກວດກາ 890 ລູກຄ້າ ທັງ 2 ພາກ ພົບເຫັນການດັດແປງຫມໍ້ນັບໄຟ ຈຳນວນ 57 ລູກຄ້າ ແລະ ກວດພົບການສະສົມພະລັງງານ 14 ລູກຄ້າ ສາມາດເກັບກູ້ພະລັງງານຄືນໄດ້ 7.358.233 kWh ເປັນເງິນ 6.8ຕື້ ກີບ.

2. ວຽກເກັບກູ້ຫນີ້ສິນ ແມ່ນລົງທວງຫນີ້ທັງຫມົດ 1.442 ລູກຄ້າ ເປັນເງິນ 47.6ຕື້ ກີບ.
ຕໍ່ກັບຜົນສຳເລັດດັ່ງກ່າວທາງສາຂາໄຟຟ້ານະຄອນຫລວງ 2 ໄດ້ມີພິທີມອບໃບຍ້ອງຍໍ ໃຫ້ແກ່ທີມງານສະເພາະກິດ ເພື່ອເປັນຜົນງານດີເດັ່ນ ແລະ ເປັນແບບຢ່າງໃນການປະຕິບັດວຽກງານໃນຄັ້ງຕໍ່ໄປ ພິທີດັ່ງກ່າວໄດ້ປິດລົງໃນເວລາ 11:30 ຂອງວັນດຽວກັນ.