ສາເຫດທີ່ຂອງອັດຕາເງິນເຟີ້ ປະຈຳເດືອນ ມິຖຸນາ 2022

ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນ ມິຖຸນາ ປີ 2022 ແລະ ບົດລາຍງານຍັງໄດ້ໃຫ້ຮູ້ເຖິງປັດໄຈ ແລະ ສາເຫດຂອງອັດຕາເງິນເຟີ້ ເດືອນມີຖຸນາ 2022 ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງແມ່ນມາຈາກປັດໄຈດັ່ງນີ້:

– ການອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາໃນເດືອນມີຖຸນາ 2022 ແມ່ນຍັງສືບຕໍ່ມີທ່າອ່ຽງອ່ອນຄ່າລົງ ຊຶ່ງເພີ່ມຂຶ້ນເທົ່າຕົວ

– ລາຄານ້ໍາມັນເຊື້ອໄຟ ແມ່ນຍັງມີທ່າອ່ຽງເພີ່ມສູງຂຶ້ນ ແລະ ບໍ່ພຽງພໍກັບຄວາມຕ້ອງການໃນສັງຄົມ ຊຶ່ງໃນເດຶອນມີຖຸນາ 2022 ລາຄານ້ໍາມັນເຊື້ອໄຟໄດ້ມີການປ່ຽນແປງເຖິງ 4 ຄັ້ງ, ໃນນີ້ ລາຄາປັບເພີ່ມຂຶ້ນ 3 ຄັ້ງ. ສະນັ້ນ, ເມື່ອທຽບໃສ່ລາຄາໃນໄລຍະດຽວກັນກັບປີຜ່ານມາແມ່ນສູງເຖິງ 107,1%;
– ລາຄາອາຍແກັສ໌ຫຸງຕົ້ມ ຊຶ່ງທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 69,4%;
– ນອກຈາກນີ້, ປັດໄຈການຜະລິດຕ່າງໆ ຊຶ່ງໄດ້ມີການເກັບກໍາຂໍ້ມູນແບບບໍ່ເປັນທາງການ ກໍ່ມີລາຄາສູງຂຶ້ນເປັນເງົາຕາມໂຕເຊັ່ນ: ລາຄາປຸຍ, ອາຫານສັດ, ວັກຊິນ ແລະຢາສໍາລັບສັດລ້ຽງ, ຄ່າແຮງງານ ເປັນຕົ້ນ.
ໂດຍລວມ ແລ້ວພຶ້ນຖານການຜະລິດສິນຄ້າສ່ວນໃຫຍ່ ຍັງເພິ່ງພາການນໍາເຂົ້າວັດຖຸດິບເປັນສ່ວນໃຫຍ່ ສົ່ງຜົນໃຫ້ມີຕົ້ນທຶນການຜະລິດທີ່ສູງ. ບວກກັບສະພາບເສດຖະກິດຂອງໂລກຍັງຢູ່ໄລຍະທົດຖອຍ ທີ່ຜົນກະທົບຈາກຄວາມ ເຄັ່ງຕຶງຈາກສະຫະພາບເອລົບ.

ທີ່ມາ: ສູນສະຖິຕິແຫ່ງຊາດ