ລົດໃຫຍ່ຢຽບແມ່- ລູກ ເສຍຊີວິດ 1

ໃນວັນທີ 3 ກໍລະກົດ 2022 ເວລາ 14:14 ໂມງ ລົດໃຫຍ່ຕຳ ແລະ ຢຽບຜູ້ຂັບຂີ່ລົດຈັກ ແມ່ ແລະ ລູກນ້ອຍ ເຮັດໃຫ້ຜູ້ເປັນແມ່ ເສຍຊີວິດ, ສ່ວນລູກນ້ອຍ ໄດຮັບບາດເຈັບ.

ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນຢູ່ບ້ານ ຊ່າງໄຫ ເມືອງປາກອູ ແຂວງຫລວງພະບາງ ເຫດການນີ້ ລົດໃຫຍ່ໂຄມລົດຈັກ ( ລົດຈັກຢູ່ກ້ອງ) ແລ້ວເສຍຫລັກແລ້ວລາກເອົາລົດຈັກ ຕຳເຂົ້າເຮືອນປະຊາຊົນ ຢູ່ແຄມທາງ; ເຮັດໃຫ້ນາງ ວິລະເກດ ອາຍຸ 40 ປີ ບ້ານປາກເຊືອງ ເສຍຊີວິດຄາທີ່ ສ່ວນລູກນ້ອຍ ມີຮອຍຊ້ໍາຕາມຕົນໂຕ ນຳສົ່ງໂຮງໝໍນ້ອຍປາກເຊືອງ.

ຂໍສະແດງຄວາມເສຍໃຈມາຍັງຄອບຄົວ ແລະ ຍາດພີ່ນ້ອງຂອງຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍເທີ້ນ🙏🙏🙏🙏

…….

ຂ່າວ : ກູ້ໄພກາແດງ ຫລວງພະບາງ.