ລ່າສຸດແຈ້ງຄວາມ: ຕາມເນື້ອໃນແຈ້ງຄວາມມີດັ່ງນີ້: ໃນັວັນ 10/1/2022 ນາງພອນທີບ ຫ/ື ເຈທີບ ອາຍຸ 30 ປີ ສັນຊາດລາວ ປັດຈຸບັນຢູ່ບ້ານ ໂພນຕ້ອງສະຫວາດ ເມືອງຈັນທະບູລີ ແຂວງນະຄອນຫລວງວຽງຈັນ ໄດ້ຕົວະນາງ ກຸ້ງນາງ ອາຍຸ 27 ປີ ຢູ່ບ້ານ ຮ່ອງແກ ເມືອງໄຊເສດຖາ ແຂວງນະຄອນຫລວງ
ເຊີ່ງນາງພອນທີບໄດ້ໂພສໃນເຟສບຸກ ປະກາດຮັບຝາກເງິນໂດຍໃຫ້ຜົນຕອບແທນດອກເບ້ຍ 30% ຕໍ່ເດືອນ. ຈື່ງໄດ້ສົນໃຈ ຈື່ງໄດ້ໂທລະສັບໄປຫາພອນທີບ ດັ່ງຈາກນັ້ນຈື່ງໄດ້ຕົກລົງ ໂອນເງີນ ຈຳນວນ 2,600,000,000 ກີບ , 180,000 ໂດລາສະຫະລັດ ແລະ ເງີນບາດ 3,500,000 ບາດ
ຫລັງຈາກໂອນແລ້ວ ນາງພອນທີບແມ່ນບໍ່ໄດ້ຈ່າຍເງີນຕາມທີ່ຕົກລົງກັນ ຫລື ບໍ່ໄດ້ຈ່າຍດອກເບ້ຍ 30ເປີເຊັນຕາມທີ່ເວົ້າ. ມາຮອດວັນທີ 29/6/2022 ແມ່ນຈື່ງໄດ້ຮູ້ວ່າ ນາງພອນທີບອອກນອກປະເທດແລ້ວ

ກົດໝາຍເຮັດແທ້..!!!ຮັບຝາກເງິນອອນລາຍທິບ ມີໂທດຕິດຄຸກ 8 ປີ ພ້ອມປັບໃໝ 50 ລ້ານ
ນ. ເມ (ນາມສົມມຸດ) ເຫັນໂຄສະນາຈາກ Facebook Page ຂອງ ”ເຈ້ກິບ” (ນາມສົມມຸດ) ປະກາດຮັບຝາກເງິນໂດຍໃຫ້ຜົນຕອບແທນດອກເບ້ຍ 30% ຕໍ່ເດືອນ. ທຳອິດ ເມ ໄດ້ລອງຝາກກໍໄດ້ຮັບຜົນຕອບແທນຕາມທີ່ໂຄສະນາແທ້. ເມື່ອເຫັນແນວນັ້ນ ເມ ຈິງເຫັນຊ່ອງທາງທຸລະກິດທີ່ໄດ້ກຳໄລງາມ ກໍເລີຍຝາກເງິນຕື່ມອີກຈຳນວນຫຼາຍ.
ເວລາຜ່ານໄປ 3 ເດືອນ ເມ ແຈ້ງຕໍ່ເຈ້ກິບ ວ່າຕ້ອງການຖອນເງິນ ແຕ່ໄດ້ຮັບການປະຕິເສດຍ້ອນວ່າຍັງບໍ່ຄົບກຳນົດຝາກ 4 ເດືອນເທື່ອ. ເມ ກໍລໍຖ້າຮອດ 4 ເດືອນ ແຕ່ເມື່ອຄົບກຳນົດຝາກ ພັດໄດ້ຮູ້ວ່າ ເຈ້ກິບບໍ່ສາມາດສົ່ງເງິນຕົ້ນພ້ອມດອກເບ້ຍໃຫ້ຕົນເອງໄດ້ແລ້ວ ແລະ ໄດ້ມີການຫຼົບຫຼີກການໃຊ້ແທນໜີ້. ເມ ຢາກປຶກສາວ່າ: ຕົນເອງມີສິດຫຍັງແດ່ພາຍໃຕ້ກົດໝາຍ?
ພວກເຮົາ Phomsoupha & Son Law ມີຄຳເຫັນວ່າ

1. ເມ ສາມາດຮ້ອງຟ້ອງ ເຈ້ກິບ ໄດ້ບໍ່?
ເລື່ອງນີ້ແມ່ນ ໄດ້ແນ່ນອນ. ອີງຕາມມາດຕາ 233 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ: ບຸກຄົນໃດຫາກໄດ້ໃຊ້ເລ່ລ່ຽມ ຫຼື ຕົວະຍົວະຫຼອກລວງ ດ້ວຍວິທີການໃດເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ ຈະຖືວ່າກະທຳຜິດຖານສໍ້ໂກງຊັບ. ຄຳຖາມສຳຄັນກໍຄື ເຈ້ກິບ ໄດ້ຕົວະ ເມ ແນວໃດ? ສິ່ງທີ່ພິສູດວ່າ ເຈ້ກິບ ຕົວະຍົວະ ເມກໍຄື:
1. ເຈ້ກິບ ຮູ້ດີວ່າຕົນເອງບໍ່ມີໃບອະນຸຍາດໃນການດຳເນີນທຸລະກິດຮັບຝາກເງິນຢ່າງຖືກຕ້ອງຕາມກົດໝາຍ ແຕ່ກໍຍັງຕົວະຍົວະໃຫ້ຄົນອື່ນມາຝາກເງິນນຳຕົນເອງ;

2. ການທີ່ ເຈ້ກິບ ສະເໜີດອກເບ້ຍສູງເກີນຈິງ ໂດຍທີ່ຮູ້ຢູ່ແກ່ໃຈວ່າ ມີຄວາມເປັນໄປໄດ້ຍາກທີ່ສຸດທີ່ທຸລະກິດໃດໜຶ່ງຈະສາມາດເຮັດກຳໄລໄດ້ຫຼາຍກວ່າ 360% ຕໍ່ປີ.
3. ໃຊ້ກົນອຸບາຍໂຄສະນາຊວນເຊື່ອເຊັ້ນ: “ຮັບປະກັນໄດ້ດອກເບ້ຍແນ່ນອນ”, “ຝາກຖອນເມື່ອໃດກໍໄດ້”, “ບໍ່ມີການຕົ້ມແນ່ນອນ” ແລະ ອື່ນໆ. ຄຳເວົ້າໂຄສະນາຊວນເຊື່ອເຫຼົ່ານີ້ລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງເຈດຕະນາການຕົວະເຍວະ.

4. ເຈດຕະນາຫຼົບຫຼີກການໃຊ້ໜີ້ໂດຍວາງແຜນໄວ້ກ່ອນ.
ດັ່ງນັ້ນຖ້າ ເຈ້ກິບ ຖືກພິສູດແລ້ວວ່າ ຜິດ ເຈ້ກິບ ອາດຖືກສານຕັດສິນລົງໂທດໃນອັດຕາສູງສຸດຂອງການວາງໂທດ ເນື່ອງຈາກວ່າ ເຈ້ກິບ ໄດ້ຮັບຝາກເງິນຈາກລູກຄ້າຫຼາຍຄົນ ແລະ ເຮັດເປັນຫລາຍຄັ້ງ-ຫລາຍເວລາ ເພາະສະນັ້ນ ເຈ້ກິບ ອາດຖືກລົງໂທດແຕ່ 3 ປີ ຫາ 8 ປີ ຖືກປັບໃໝ ແຕ່ 10 ລ້ານກີບ ຫາ 50 ລ້ານກີບ.

ນອກຈາກຂ້າງເທີງແລ້ວ ເຈ້ກິບ ອາດມີຄວາມຜິດຖານ ດຳເນີນທຸລະກິດບໍ່ຖືກຕ້ອງອີກ ອີງຕາມມາດຕາ 297 ຂອງປະມວນກົດໝາຍອາຍາ 2017. ຖ້າມີຄວາມຜິດຈິງກໍຈະມີໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 1 ປີ ພ້ອມທັງປັບໃໝ ແຕ່ 5 ລ້ານກີບ ຫາ 10 ລ້ານກີບ.

ດັ່ງນັ້ນ ພວກເຮົາຢາກເຕືອນທຸກຄົນວ່າ ທຸກການລົງທືນມີຄວາມສ່ຽງຄວນສຶກສາໃຫ້ດີ ໃຫ້ທີ່ຖ້ວນກ່ອນຄິດຈະລົງທືນ. ຢ່າໃຫ້ຄວາມໂລບບັງຕາຈົນເຮັດໃຫ້ເຫັນກົງຈັກເປັນດອກບົວ.
