ນ. ເມ (ນາມສົມມຸດ) ເຫັນໂຄສະນາຈາກ Facebook ຂອງ ”ເຈ້ກິບ” (ນາມສົມມຸດ) ປະກາດຮັບຝາກເງິນໂດຍໃຫ້ຜົນຕອບແທນດອກເບ້ຍ 30% ຕໍ່ເດືອນ. ທຳອິດ ເມ ໄດ້ລອງຝາກກໍໄດ້ຮັບຜົນຕອບແທນຕາມທີ່ໂຄສະນາແທ້.
ເມື່ອເຫັນແນວນັ້ນ ເມ ຈິງເຫັນຊ່ອງທາງທຸລະກິດທີ່ໄດ້ກຳໄລງາມ ກໍເລີຍຝາກເງິນຕື່ມອີກຈຳນວນຫຼາຍ. ເວລາຜ່ານໄປ 3 ເດືອນ ເມ ແຈ້ງຕໍ່ເຈ້ກິບ ວ່າຕ້ອງການຖອນເງິນ ແຕ່ໄດ້ຮັບການປະຕິເສດຍ້ອນວ່າຍັງບໍ່ຄົບກຳນົດຝາກ 4 ເດືອນເທື່ອ.
ເມ ກໍລໍຖ້າຮອດ 4 ເດືອນ ແຕ່ເມື່ອຄົບກຳນົດຝາກ ພັດໄດ້ຮູ້ວ່າ ເຈ້ກິບບໍ່ສາມາດສົ່ງເງິນຕົ້ນພ້ອມດອກເບ້ຍໃຫ້ຕົນເອງໄດ້ແລ້ວ ແລະ ໄດ້ມີການຫຼົບຫຼີກການໃຊ້ແທນໜີ້. ເມ ຢາກປຶກສາວ່າ: ຕົນເອງມີສິດຫຍັງແດ່ພາຍໃຕ້ກົດໝາຍ?
ພວກເຮົາ Phomsoupha & Son Law ມີຄຳເຫັນວ່າ
- ເມ ສາມາດຮ້ອງຟ້ອງ ເຈ້ກິບ ໄດ້ບໍ່?
ເລື່ອງນີ້ແມ່ນ ໄດ້ແນ່ນອນ. ອີງຕາມມາດຕາ 233 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ: ບຸກຄົນໃດຫາກໄດ້ໃຊ້ເລ່ລ່ຽມ ຫຼື ຕົວະຍົວະຫຼອກລວງ ດ້ວຍວິທີການໃດເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ ຈະຖືວ່າກະທຳຜິດຖານສໍ້ໂກງຊັບ.
ຄຳຖາມສຳຄັນກໍຄື ເຈ້ກິບ ໄດ້ຕົວະ ເມ ແນວໃດ? ສິ່ງທີ່ພິສູດວ່າ ເຈ້ກິບ ຕົວະຍົວະ ເມກໍຄື:
- ເຈ້ກິບ ຮູ້ດີວ່າຕົນເອງບໍ່ມີໃບອະນຸຍາດໃນການດຳເນີນທຸລະກິດຮັບຝາກເງິນຢ່າງຖືກຕ້ອງຕາມກົດໝາຍ ແຕ່ກໍຍັງຕົວະຍົວະໃຫ້ຄົນອື່ນມາຝາກເງິນນຳຕົນເອງ;
- ການທີ່ ເຈ້ກິບ ສະເໜີດອກເບ້ຍສູງເກີນຈິງ ໂດຍທີ່ຮູ້ຢູ່ແກ່ໃຈວ່າ ມີຄວາມເປັນໄປໄດ້ຍາກທີ່ສຸດທີ່ທຸລະກິດໃດຈະສາມາດເຮັດກຳໄລໄດ້ຫຼາຍກວ່າ 360% ຕໍ່ປີ.
ດັ່ງນັ້ນຖ້າ ເຈ້ກິບ ຖືກພິສູດແລ້ວວ່າ ຜິດ ເຈ້ກິບ ອາດຖືກສານຕັດສິນລົງໂທດໃນອັດຕາສູງສຸດຂອງການວາງໂທດ ເນື່ອງຈາກວ່າ ເຈ້ກິບ ໄດ້ຮັບຝາກເງິນຈາກລູກຄ້າຫຼາຍຄົນ ແລະ ເຮັດເປັນຫລາຍຄັ້ງ-ຫລາຍເວລາ ເພາະສະນັ້ນ ເຈ້ກິບ ອາດຖືກລົງໂທດແຕ່ 3 ປີ ຫາ 8 ປີ ຖືກປັບໃໝ ແຕ່ 10 ລ້ານກີບ ຫາ 50 ລ້ານກີບ.
ນອກຈາກຂ້າງເທີງແລ້ວ ເຈ້ກິບ ອາດມີຄວາມຜິດຖານ ດຳເນີນທຸລະກິດບໍ່ຖືກຕ້ອງອີກ ອີງຕາມມາດຕາ 297 ຂອງປະມວນກົດໝາຍອາຍາ 2017. ຖ້າມີຄວາມຜິດຈິງກໍຈະມີໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 1 ປີ ພ້ອມທັງປັບໃໝ ແຕ່ 5 ລ້ານກີບ ຫາ 10 ລ້ານກີບ.
ດັ່ງນັ້ນ ພວກເຮົາຢາກເຕືອນທຸກຄົນວ່າ ທຸກການລົງທືນມີຄວາມສ່ຽງຄວນສຶກສາໃຫ້ດີ ໃຫ້ທີ່ຖ້ວນກ່ອນຄິດຈະລົງທືນ.

ຢ່າໃຫ້ຄວາມໂລບບັງຕາຈົນເຮັດໃຫ້ເຫັນກົງຈັກເປັນດອກບົວ.
ທີ່ມາ