ຫອບເງິນຫລາຍພັນລ້ານຫນີອອກປະເທດ.

ເຈ້ທິບ ຫອບເງິນອອກນອກປະເທດ.

ໃນວັນທີ 29 ມິຖຸນາ 2022 ທີ່ຜ່ານມາ ເຈ້ທີບ ພຸດທະວົງ ເຈົ້າແມ່ດວງເຮັງ ຖືກເລກ 6 ໂຕ ໃນແຕ່ລະງວດ, ໄດ້ຫອບເງິນຫລາຍພັນລ້ານ ບິນຫນີອອກຈາກປະເທດລາວແລ້ວ.

ທຸລະກິດຂອງເຈ້ທິບ ຂາຍເລກໃຫ້ເປິເຊັນສູງ ແລະ ຮັບຝາກເງິນໃຫ້ດອກເບ້ຍ 30%, ເປັນເຈົ້າຂອງຮ້ານເພັດ ” LAYA ” ແລະ ທຸລະກິດອື່ນໆ; ເຊິ່ງຮ້ານຕັ້ງຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ຄາດວ່າຈະມີຄົນໄປຝາກນໍາ ແລະ ເສຍຫາຍເປັນຈຳນວນຫລວງຫລາຍ. ປັດຈຸບັນ, ມີຄົນຈຳນວນຫລາຍສົມຄວນມາຢືນຢູ່ຫນ້າສຳນັກງານຂອງ ” ເຈ້ທິບ “.

Related Posts

Leave a Reply

Your email address will not be published. Required fields are marked *