ວັນທີ 21 – 28 ມິຖຸນາ 2022, ຄະນະຮັບຜິດຊອບກວດກາການນໍາເຂົ້ານໍ້າມັນເຊື້ອໄຟ ແຂວງຈໍາປາສັກ ໄດ້ກວດພົບ ແລະ ປັບໃຫມປໍ້ານໍ້າມັນ 7 ທີ່ຂາຍເກີນລາຄາກຳນົດ, ເຈົ້າຫນ້າທີ່ໄດ້ຫນີບກົ່ວ ແລະ ໃຫ້ເສຍຄ່າປັບໃຫມ ຈິ່ງໃຫ້ເປີດໄດ້.
ເຈົ້າຫນ້າທີ່ກ່ຽວຂ້ອງ ໃຫ້ຂໍ້ມູນວ່າ : ໄດ້ເຄື່ອນໄຫວກວດກາປ້ໍານ້ໍາມັນຂາຍຍ່ອຍ ຈໍານວນ 17 ປ້ໍາ ແລະ ພົບເຫັນຜູ້ລະເມີດທີ່ຂາຍເກີນລາຄາທີ່ລັດກໍານົດ 7 ປ້ໍາ ເຊິ່ງເຈົ້າຫນ້າທີ່ ໄດ້ສ້າງບົດບັນທືກ,
ສຶກສາອົບຮົມ ແລະ ກ່າວເຕືອນ ພ້ອມທັງປັບໃໝ ແລະ ໄດ້ໜີບບກົ່ວຫົວຈ່າຍນໍ້າມັນໄວ້ ຈົນກ່ວາຜູ້ປະກອບການທີ່ລະເມີດ ເສຍຄ່າປັບໃໝຖືກຕ້ອງຄົບຖ້ວນ ແລະ ຕ້ອງຂາຍນໍ້າມັນ ຕາມລາຄາລັດກໍານົດໄວ້ໃນແຕ່ລະໄລຍະ ຈິ່ງສາມາດຈໍາຫນ່າຍໄດ້.

ນອກນີ້ ຍັງໄດ້ເຄື່ອນໄຫວກວດກາສາງເກັບມ້ຽນນໍ້າ 5 ສາງ ຂອງ 5 ບໍລິສັດ ຄື: ບໍລິສັດປີໂຕຼເທດ, ບໍລິສັດເປໂຕຼຫວຽດນາມ ອອຍ ລາວ ຈໍາກັດ, ບໍລິສັດ ທີທີ ພາວເວີ 45, ບໍລິສັດ ພີທີທີ ລາວ ຈໍາກັດ(ປຕທ) ແລະ ບໍລິສັດນ້ໍາມັນເຊື້ອໄຟເອເຊຍ.
ຈຸດປະສົງ ກໍເພື່ອກວດກາສາງເກັບນໍ້າມັນເຊື້ອໄຟ ພ້ອມທັງ ພົວພັນເອົາຂໍ້ມູນກ່ຽວກັບການນໍາເຂົ້າ - ສົ່ງອອກ ແລະ ການຈໍາໜ່າຍນໍ້າມັນເຊື້ອໄຟໃນໄລຍະຜ່ານມາ ທັງພາຍໃນແຂວງ, ຕ່າງແຂວງ ແລະ ຈໍາໜ່າຍໃຫ້ໂຄງການຕ່າງໆ.
