ຕາມຂ່າວຈາກ bangkokbiznews, ສຳນັກງານ ສະຖິຕິ ຂອງຫວຽດນາມ ລາຍງານ ໃນວັນທີ 29 ມິຖຸນາ 2022 ວ່າ: ຍອດລວມ ຜະລິດຕະພັນພາຍໃນປະເທດ (ຈີດີພີ) ໄຕມາດທີ 2 ຂອງປີ 2022 ຂະຫຍາຍຕົວລະດັບ 7,72% ເມື່ອທຽບໃສ່ ປີ 2021 ຊຶ່ງເປັນການຂະຫຍາຍຕົວ ໄວທີ່ສຸດໃນຮອບເກືອບ 10 ປີ ຫລັງຈາກໄດ້ຮັບແຮງໜູນຈາກການຟື້ນໂຕດ້ານການສົ່ງອອກ ແລະ ການຜະລິດ ຊຶ່ງຊ່ວຍ ຊົດເຊີຍຜົນກະທົບ ຈາກການແພ່ລະບາດ ໂຄວິດ-19 ແລະ ການເພີ່ມຂຶ້ນຂອງລາຄານ້ຳມັນ.
ຂະນະທີ່ ຈີດີພີ ໃນໄຕມາດ ທຳອິດ ປີ 2022 ຂະຫຍາຍຕົວ ລະດັບ 6,42% ເມື່ອທຽບໃສ່ ປີ 2021 ສູງກວ່າ ນັກວິເຄາະ ຄາດການໄວ້ 5,5% ແລະ ໃກ້ຄຽງກັບ ເປົ້າໝາຍ ການຂະຫຍາຍຕົວ ໝົດປີ ທີ່ລັດຖະບານ ຫວຽດນາມ ກຳນົດ ໄວ້ທີ່ 6%-6,5%.
ສ່ວນເສດຖະກິດ ຫວຽດນາມ ໃນ 6 ເດືອນຕົ້ນປີນີ້ ຟື້ນຕົວເກືອບທຸກ ຂະແໜງການ ໂດຍສະເພາະຂະແໜງ ການຜະລິດ, ການສົ່ງອອກ, ການຄ້າຍ່ອຍ, ທະນາຄານ ແລະ ປະກັນໄພ. ຂະນະທີ່ ລັດຖະບານ ຈະຕິດຕາມຢ່າງໃກ້ຊິດ ກ່ຽວກັບລາຄາສິນຄ້າທີ່ຈຳເປັນ ໂດຍສະເພາະລາຄານ້ຳມັນເຊື້ອໄຟ ໃນໄລຍະ 6 ເດືອນທ້າຍປີ 2022 ເພື່ອປະເມີນ ສະຖານະການເງິນເຟີ້ພາຍໃນປະເທດ.
ນອກນີ້ ດັດຊະນີ ລາຄາ ຜູ້ບໍລິໂພກ ເດືອນມິຖຸນາ ປັບຕົວຂຶ້ນ 3,3% ເມື່ອທຽບໃສ່ຕໍ່ປີ, ຂະນະທີ່ ລັດຖະບານ ຫວຽດນາມ ກຳໜົດເປົ້າໝາຍ ສະເລ່ຍ ຂອງເງິນເຟີ້ ໃນປີນີ້ ໄວ້ທີ່ 4%, ສ່ວນຍອດການສົ່ງອອກ ເພີ່ມຂຶ້ນ 20% ແລະ ຍອດການນຳເຂົ້າ ເພີ່ມຂຶ້ນ 16,3% ເປັນຕົ້ນ ຍອດການສົ່ງອອກ ກາເຟ ເພີ່ມຂຶ້ນ 13,3% ລະດັບ 145.000ໂຕນ,.
ຍອດການ ສົ່ງອອກເຂົ້າ ເພີ່ມຂຶ້ນ72% ລະດັບ 750.000 ໂຕນ ແລະ ຍອດການ ສົ່ງອອກ ຢາງພາລາ ເພີ່ມຂຶ້ນ 16,5% ລະດັບ 180.000 ໂຕນ ໃນເດືອນມິຖຸນານີ້.
ທີ່ມາຂ່າວ: ຂປລ