ຢູ່ ສປປ ລາວຍັງປະເຊີນກັບຫລາຍສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍຢ່າງ

ໄລຍະຜ່ານມາການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວຍັງປະເຊີນກັບຫລາຍສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍຢ່າງ: (ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 3 ຊຸດທີ IX ວັນທີ 28 ມິຖຸນາ 2022 )

1. ແຫລ່ງລາຍຮັບເປັນເງິນຕາຕ່າງປະເທດຂອງ ສປປ ລາວ ຫລຸດລົງຫລາຍ ບໍ່ສົມດູນກັບລະດັບຄວາມຕ້ອງການເງິນຕາຕ່າງປະເທດ

2. ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ຈາກການສົ່ງອອກສິນຄ້າ ຕາມທີ່ກຳນົດໃນກົດໝາຍບໍ່ສາມາດປະຕິບັດໄດ້ເຕັມສ່ວນ ສະແດງອອກຄື:

. ໃນໄລຍະປີ 2016-2020 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 26,44 ຕື້ໂດລາສະຫະລັດ ແຕ່ມູນຄ່າເງິນຕາຕ່າງປະເທດທີ່ໂອນເຂົ້າ ສປປ ລາວ ຜ່ານລະບົບທະນາຄານມີພຽງແຕ່ 5,76 ຕື້ໂດລາສະຫະລັດ

.ໃນໄລຍະ 2021- ໄຕມາດ 1/2022 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 9,81 ຕື້ໂດລາສະຫະລັດ ແຕ່ມູນຄ່າເງິນຕາຕ່າງປະເທດ ທີ່ໂອນເຂົ້າ ສປປ ລາວ ຜ່ານລະບົບທະນາຄານມີພຽງແຕ່ 32,84% ຂອງມູນຄ່າການສົ່ງອອກນັ້ນ ຫລື ປະມານ 3,22 ຕື້ໂດລາສະຫະລັດ.

. ສົ່ງອອກຜະລິດຕະພັນບໍ່ແຮ່ ມີທັງໝົດ 2,06 ຕື້ໂດລາ ເງິນໂອນເຂົ້າປະເທດຕົວຈິງພຽງແຕ່ 1,35 ຕື້ໂດລາ

. ສົ່ງອອກກະແສໄຟຟ້າ ມີທັງໝົດ 2,58 ຕື້ໂດລາສະຫະລັດ ແຕ່ມີເງິນໂອນເຂົ້າປະເທດພຽງແຕ່ ປະມານ 0,35 ຕື້ໂດລາ

. ມູນຄ່າການສົ່ງອອກຜະລິດຕະພັນກະສິກໍາ ມີທັງໝົດ 1,29 ຕື້ໂດລາ ແຕ່ມີເງິນໂອນເຂົ້າປະເທດພຽງແຕ່ 0,24 ຕື້ໂດລາສະຫະລັດ.

3. ການຄຸ້ມຄອງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ກໍຍັງບໍ່ເປັນລະບົບ ແລະ ບໍ່ທັນມີລັກສະນະຍືນຍົງເທົ່າທີ່ຄວນ

4. ເງິນລົງທຶນໃນຮູບແບບທຶນມີເອງ (Equity) ມີທ່າອ່ຽງຫລຸດລົງຫລາຍ ໃນຂະນະທີ່ເງິນທຶນໃນຮູບແບບເງິນກູ້ (Debt) ມີທ່າອ່ຽງເພີ່ມຂຶ້ນ

5. ຍັງມີການນໍາໃຊ້ເງິນຕາຕ່າງປະເທດຊະຊາຍໃນສັງຄົມ ໂດຍສະເພາະ ໃນບາງເຂດເສດຖະກິດພິເສດ, ເຂດການຄ້າຊາຍແດນ.

6. ຍັງມີການເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ

7. ໜີ້ສິນຕໍ່ຕ່າງປະເທດຂອງພາກລັດ, ສະຖາບັນການເງິນ ແລະ ເອກະຊົນອື່ນໆ ມີທ່າອ່ຽງເພີ່ມສູງຂຶ້ນຕໍ່ເນື່ອງ, ສ້າງແຮງກົດດັນຕໍ່ການຊໍາລະກັບຕ່າງປະເທດຂອງຊາດ ໃນເງື່ອນໄຂທີ່ລາຍຮັບເປັນເງິນຕາຕ່າງປະເທດຂອງປະເທດຍິ່ງຈໍາກັດ, ສ້າງຄວາມກົດດັນຕໍ່ຄ່າເງິນກີບ ແລະ ສົ່ງຜົນຕໍ່ຄວາມຍືນຍົງດ້ານເສດຖະກິດມະຫາພາກຂອງປະເທດ.

ຂໍ້ມູນ: ຂປລ

Related Posts

Leave a Reply

Your email address will not be published. Required fields are marked *