ຄັດເລືອກເອົາລັດຖະກອນຄູ 60ຄົນ ຈາກຜູ້ເຂົ້າເສັງທັງໝົດ 1145ຄົນ ທີ່ສະຫວັນນະເຂດ

ແຂວງສະຫວັນນະເຂດ ເປີດບັ້ນສອບເສັງລັດຖະກອນຄູໃໝ່ ປະຈຳປີ 2022 ມີຈຳນວນ 60 ໂຄຕ້າ.

ໃນຕອນເຊົ້າວັນທີ 21 ມິ ຖຸນານີ້, ທົ່ວຂະແໜງ ສຶກສາ ທິການ ແລະ ກິລາແຂວງ ສະຫວັນນະເຂດ ໄດ້ເປີດບັ້ນສອບເສັງລັດຖະ ກອນຄູໃໝ່ປະຈໍາປີ 2022 ໂດຍ ການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ, ກະຊວງສຶກສາທິການ ແລະກິລາ ແລະທ່ານ ປອ ສຸກສົມພອນ ອະ ໂນໄທ ຫົວໜ້າພະແນກສຶກສາ ທິການ ແລະກິລາແຂວງສະຫວັນ ນະເຂດ ພ້ອມຄະນະ, ມີການນໍາ ຂັ້ນເມືອງ, ຫົວໜ້າຫ້ອງການສຶກ ສາທິການ ແລະກິລາ14 ເມືອງ 1 ນະຄອນ, ຄະນະກຳມະການ ທີ່ກ່ຽວຂ້ອງ ແລະຜູ້ເຂົ້າສອບ ເສັງທັງໝົດທົ່ວແຂວງຈຳນວນ 1.145 ຄົນ.

ສຳລັບການສອບເສັງລັດ ຖະກອນຄູໃນປີ້ນີ້ແມ່ນໄດ້ແບ່ງ ການສອບເສັງອອກເປັນ 15 ສູນ, ປະກອບມີ 7 ສາຂາວິຊາຄື: ຄູອະ ນຸບານ, ຄູປະຖົມ, ຄູພາສາລາວ-ວັນນະຄະດີ, ຄູຄະນິດສາດ, ຄູວິ ທະຍາສາດທໍາມະຊາດ, ຄູພາສາ ອັງກິດ, ຄູປະຖົມໂຄງການ ທັງນີ້ກໍ່ ເພື່ອຄັດເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດ, ສິນທຳປະຕິວັດ ແລະຄົບຕາມ ມາດຖານເງື່ອນໄຂບັນຈຸສັບ ຊ້ອນເຂົ້າເປັນລັດຖະກອນຄູ ປະຈຳປີ 2022 ຈຳນວນ 60 ໂກຕ້າໃນທົ່ວແຂວງ ໃນນີ້ຈະແບ່ງ ປັນໃຫ້ເທົ່າກັນໃນທົ່ວແຂວງ ຄືເມືອງ-ນະຄອນລະ 4 ໂຄຕ້າ. ການສອບເສັງ ແມ່ນມີທັງພາກປະ ລາໄນ ແລະພາກປະຕິບັດຕົວຈິງ-ສໍາພາດ.

ໂອກາດນີ້, ທ່ານປະທານ ພ້ອມດ້ວຍຄະນະກຳມະການ ກໍ່ໄດ້ ຮ່ວມກັນເປີດຫົວບົດສອບເສັງລັດ ຖະກອນຄູປະຈຳປີ 2022 ຢ່າງ ເປັນທາງການ ພ້ອມທັງເນັ້ນໃຫ້ຜູ້ ສອບເສັງ ຈົ່ງປະຕິບັດຕາມກົດລະ ບຽບທີ່ຄະນະກຳມະການວາງ ອອກຢ່າງເຂັ້ມງວດ.

Related Posts

Leave a Reply

Your email address will not be published. Required fields are marked *