ເປີດເຟສມື້ນີ້ເຫັນຄົນແຊຣ໌ເຕັມເຟສ..ເພີ່ນເປັນຄູອາສາສອນມາໄດ້ 10ປີແລ້ວແຕ່ຍັງທັນໄດ້ເຂົ້າເປັນລັດຖະກອນເທືອ ສຸດທ້າຍກະຫມົດຄວາມອົດອົດກັ່ນອີ່ຫລີເລີຍຈຳນົນຕ້ອງລາອອກຈາກອາຊີບທີ່ມັກ ເພື່ອຫາອາຊີບໃຫມ່.

#ພຣະອາຈານເຫັນຮູບພາບຄູອາສາແບບນີ້ນ້ຳຕາກະຊືມໄປນຳຄ້ອຍໄປນຳ ..ທ່ານໃດພໍສິຮູ້ຈັກສະນິດກັບເພີ່ນແນ່ຢາກໃຫ້ເພີ່ນຕິດຕໍມາແນ່

#ພຣະອາຈານຢາກຊ່ວຍຈາກໃຈຈິ່ງຈຳນວນເງີນ 10ລ້ານກີບ (ສິບລ້ານກີບ) ເຖີງສິບໍ່ຫລາຍແຕ່ຢາກຊ່ວຍຢາກມອບກຳລັງໃຈໃຫ້ເພີ່ນ (#ຫນ້າເຫັນໃຈຄູອາສານໍ)
#ພຣະອາຈານຂໍເປັນກຳລັງໃຈໃຫ້ຄູອາສາທຸກໆທ່ານເດີ

#ຊ່ວຍກົດແຊຣ໌ອອກໄປແນ່ຄົນລາວບໍ່ຖີ່ມກັນ
ເບີພຮະອາຈານ 02099993444
ຄູອາສາ ຜູ້ອຸທິຕົນເອັງເພື່ອຊາດ.
ຂອບໃຈສັງຄົມທີຊອ່ຍໃຫ້ ທີມງານເຮົາ ສາມາດຕິດຕໍ່ກັບ ຄູອາສາທີ່ສອນມາໄດ້ 10 ປີ ບໍ່ໄດ້ລັດທະກອນ ຍ່າງອອກໂຮງຮຽນດ້ວຍນ້ໍາຕາ ຕອນນີ້ພວກເຮົາໄດ້ໃຫ້ເງີນເພີ່ນ100.000 ກີບ.
ໃຫ້ເພີ່ນໄປເປີດ ບັນຊີ ແລ້ວຂໍ້ມູນຕ່າງໆ ລາຍລະອຽດ ພວກເຮົາຈະມາແຈ້ງໃຫ້ສັງຄົມຊາບ ມີຫລາຍໆຢ່າງທີ່ຫນ້າຕື່ນເຕັ້ນ ຊີວິດມີຫລາຍເສັ້ນທາງເດີນ ແຕ່ທຸກຄົນສາມາດເລືອກໄດ້ທາງດຽວ ຄື ທາງຂອງເຮົາເອັງ
ຕອນນີ້ເພີ່ນບໍ່ມີ ບັນຊີເດີ ວັນຈັນຊິໄປເປີດ.
ຫມາຍເຫດ: ຫ້າມໂອນເງີນໄປຊ່ວຍອາຈານນີ້ໂດຍບໍ່ແມ່ນບັນຊີຂອງຜູ້ກ່ຽວເດັດຂາດ ເພາະເງີນດັ່ງກ່າວອາດບໍ່ເຖິງມືອາຈານເນັ່ງທ່າວ ທຸກຄົນຕ້ອງລໍຖ້າຜູ້ກ່ຽວເປີດບັນຊີໄດ້ສຳເລັດກ່ອນຈື່ງໂອນຊ່ວຍເຫລືອເພີ່ນເດີ້

ຂ່າວກ່ອນຫນ້ານີ້ ຫລື ລາຍລະອຽດໂດຍຫຍໍ້ ຂອງທ່ານ ອາຈານ ເນັ່ງທ່າວ.
ພະນັກງານອາສາສະໝັກບໍ່ວ່າແຕ່ສາຍຄູ ຫຼື ສາຍອື່ນໆ ລ້ວນແລ້ວແຕ່ເຮັດວຍກຢ່າງຂະຫຍັນຂັນແຂງ ເພື່ອຄວາມຫວັງດຽວຄືຕົວເລກໂກຕ້າເຂົ້າເປັນລັດຖະກອນ ແຕ່ຫຼາຍຄົນກໍ່ຢູ່ຈົນເກີນອາຍຸ 35 ປີ ເຊິ່ງເປັນໄວແກ່ສຸດສຳລັບມາດຖານທີ່ຈະໄດ້ເຂົ້າລັດກໍ່ບໍ່ມີວິແວວ.
ແນວໃດກໍ່ຕາມ ມີຄວາມເຂົ້າໃຈທັງຜູ້ລໍຖ້າ ແລະຜູ້ແບ່ງປັນ ເນື່ອງຈາກຕົວເລກມີຢູ່ຢ່າງຈຳກັດອີຫຼີ ດັ່ງນັ້ນການເປັນອາສາຈິ່ງບໍ່ເໝາະສຳລັບຄົນທີ່ຕ້ອງດິ້ນຮົນທຳມາຫາກິນດ້ວຍຕົວເອງ
ສຳລັບວຽກອາສາຖ້າບໍ່ມີຄົນທີ່ເຂັ້ມແຂງຄອຍໝູນຫຼັງກໍ່ຄືຄອບຄົວທີ່ຄອຍຍື່ນເງິນໃຫ້ຄົງຢູ່ຍາກກ່ອນໄດ້ຮັບພິຈາລະນາ. ຄູເນັ່ງທໍ່ເປັນອີກໜຶ່ງຄົນທີ່ສະຫມັກມາເປັນຄູສອນໄດ້ 10 ປີແລ້ວບໍ່ໄດ້ລັດຖະກອນ ສຸດທ້າຍຈິ່ງຈຳໃຈຂໍລາຈາກໂຮງຮຽນ
ຫມູ່ຄ່ອາຈານນັກຮຽນທີ່ແສນຮັກທີ່ ມສ ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ເພື່ອໄປຫາຊ່ອງທາງເດີນໃໝ່ທີ່ຈະກຸ້ມຢູ່ກຸ້ມກິນໃນວັນຂ້າງໜ້າ.
ເຫັນພາບແລ້ວໄຫ້ຕາມອາຈານຜູ້ນີ້ທີ່ເພິ່ນທຸ່ມເທເຮັດວຽກຟຣີມາເຖິງ 10 ປີແຕ່ບໍໄດ້ຫຍັງນອກຈາກຄວາມຮັກ ແລະຜູກພັນກັບຄູອາຈານ ເພື່ອນຮ່ວມງານ ແລະນັກຮຽນທີ່ຄອຍເຫັນໜ້າກັນໃນທຸກໆວັນ.
ໃນພິທີສົ່ງອາຈານເນັ່ງຊົ່ງເຖິງກັບຫຼັງນ້ຳຕາ ອາໄລຫາທຸກໆຄົນທີ່ເຄີຍຢູ່ຮ່ວມກັນຮັກແພງກັນຕະຫຼອດໄລຍະ 10 ປີທີ່ສອນຢູ່ໂຮງຮຽນແຫ່ງນັ້ນ.

ແຕ່ຢາກບອກອາຈານວ່າ ຢ່າເສຍໃຈເລີຍ ອາຈານຄິດຖືກແລ້ວທີ່ລາອອກມາ ເຖິງຈະສູນເສຍເວລາໄປແລ້ວ 10 ປີກໍ່ຕາມດີກວ່າຈະຢູ່ໄປຍາວນານກວ່ານີ້.