ຕາມສັນຍາ..!! ວັນຈັນ 20 ມິຖຸນາ 2022 ນ້ຳມັນຈະທົ່ວເຖິງ ແລະ ພຽງພໍແນ່ນອນ

ວັນຈັນທີ 20 ມິຖຸນາ 2022 ການສະໜອງນ້ຳມັນໃນທົ່ວປະເທດແມ່ນຕ້ອງກັບມາຢູ່ຈັງຫວະປົກກະຕິຄືຜ່ານໆມາ ແລະຫຼ້າສຸດນີ້ ລັດຖະມົນຕີກະຊວງການເງິນ ໄດ້ອອກແຈ້ງການ ເລກທີ 1768/ກງ, ລົງວັນທີ 17 ມິຖຸນາ 2022 ເລື່ອງການນໍາເຂົ້າ, ການເຄື່ອນຍ້າຍ ແລະ ການສະໜອງນໍ້າມັນເຊື້ອໄຟໃຫ້ຊຸມຊົນນໍາໃຊ້ໃນຂອບເຂດທົ່ວປະເທດ.

ເພື່ອຈັດຕັ້ງປະຕິບັດການນໍາເຂົ້າ ແລະ ການສະໜອງນໍ້າມັນເຊື້ອໄຟ ໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ ຕາມນະໂຍບາຍຂອງລັດຖະບານ ໃຫ້ມີຄວາມສະດວກ ແລະ ວ່ອງໄວ, ທັນສະພາບການ, ຮັບປະກັນການຕອບສະໜອງຕາມແຜນການນຳເຂົ້າ ຂອງບັນດາບໍລິສັດນ້ຳມັນເຊື້ອໄຟ ທີ່ໄດ້ຮັບອະນຸຍາດຈາກລັດທະບານ.

ລັດຖະມົນຕິກະຊວງການເງິນຈຶ່ງໄດ້ອອກແຈ້ງການຄື: ມອບໃຫ້ຫົວໜ້າກົມພາສີ ຊີ້ນຳຫົວໜ້າພາສີ ປະຈຳແຂວງ, ນະຄອນຫລວງ, ຫົວໜ້າພາສີດ່ານສາກົນໃນຂອບເຂດທົ່ວປະເທດ ເພື່ອຄຸ້ມຄອງ, ອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ ແລະ ເຄື່ອນຍ້າຍ ນ້ຳມັນເຊື້ອໄຟຂອງບັນດາບໍລິສັດ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ, ດ້ວຍການແກ້ໄຂບັນດາຂອດຂັ້ນຕ່າງໆ ທີ່ຈະພາໃຫ້ມີການຫລ້າຊ້າ ອັ່ງອໍ ຂອງລົດບັນທຸນ້ຳມັນເຊື້ອໄຟ ແລະ ໃຫ້ສົມທົບກັບໜ່ວຍກວດ ກາມາດຕະຖານ ແລະ ວັດແທກຂອງຂະແໜງການອຸດສາຫະກຳ ແລະ ການຄ້າຢູ່ດ່ານ ໃຫ້ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າມີຄວາມວ່ອງໄວ ເພື່ອສະໜອງນ້ຳມັນລົງປ້ຳໃຫ້ທັນຕາມກຳນົດເວລາ.

ແຈ້ງການ

…..

ມອບໃຫ້ຫົວໜ້າກົມພາສີ ຊີ້ນຳພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີ ພາສີ ເພື່ອເຮັດໜ້າທີ່ໃນການສະກັດກັ້ນ ການລັກລອບຫລົບຫລີກພາສີ ຢູ່ຕາມດ່ານ ແລະ ບໍລິເວນຊາຍແດນ ເພື່ອບໍ່ໃຫ້ມີການລັກລອບນຳເຂົ້ານ້ຳມັນເຊື້ອໄຟ ທີ່ຜິດກົດໝາຍຢ່າງເດັດຂາດ ຖ້າພົບເຫັນໃຫ້ດຳເນີນຕາມຂັ້ນຕອນຂອງກົດໝາຍຢ່າງເຂັມງວດ.

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

Related Posts

Leave a Reply

Your email address will not be published. Required fields are marked *