10 ລໍ້ແລ່ນຈາດໃສ່ຮ້ານເຂົ້າປຽກ 3 ຄົນຈາກໄປບໍທັນລາຄົນທີ່ຮັກ.

ອຸບັດຕິເຫດເກີດຂຶ້ນໄດ້ທຸກເມື່ອທຸກເວລາ ປະໝາດບໍໄດ້ເຜີບໍໄດ້ ເວລາແລ່ນຖ້າບໍ່ຈຳເປັນຜ່ອນຄັນເລັ່ງໄວ້ຈະດີທີ່ສຸດ ເຫດການນີ້ ເສົ້າແສນເສົ້າຝັງສອງຝ່າຍ 10 ລໍ້ ຕຳຮ້ານເຂົ້າປຽກ ເສຍຊີວິດພ້ອມກັນ 3 ຄົນ.

ເຫດເກີດໃນເວລາ 16:30 ໂມງ ທີ 14.6.2022 ລົດບັນທຸກ 10 ລໍ້ ເສຍຫລັກ ຕຳເອົາຄົນນັ່ງຢູ່ລົດຈັກ ແຄມທາງ, ຈາກນັ້ນ ຕຳໃສ່ຮ້ານຂາຍເຂົ້າປຽກ, ຢູ່ບ້ານຖິ່ນເພຍ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.

ອຸບັດຕິເຫດຄັ້ງນີ້ ເຮັດໃຫ້ມີຄົນເສຍຊີວິດໃນເບື້ອງຕົ້ນ 3 ຄົນ. ຍິງ 2 ຄົນ ໃນນີ້ ໂຊເຟີ 1 ຄົນ, ຜູ້ນັ່ງຢູ່ລົດຈັກ 1 ຄົນ ແລະ ເຈົ້າຂອງຮ້ານເຂົ້າປຽກ 1 ຄົນ. ນອກນັ້ນ ມີຄົນໄດ້ຮັບບາດເຈັບຈຳນວນຫນຶ່ງ.

ລາຍລະອຽດຈະສະເຫນີຕາມຫລັງ ຂໍສະແດງຄວາຍເສຍໃຈດ້ວຍ.
ຊົມຄລິບ